ເລີ່ມດຳເນີນໂຄງການ“ໜູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ປ່າແລະເຂດທົ່ງພຽງຂອງຫວຽດນາມ”

ເລີ່ມດຳເນີນໂຄງການ“ໜູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ປ່າແລະເຂດທົ່ງພຽງຂອງຫວຽດນາມ” - ảnh 1
ປ່າເຂັມ ກວດເລີມ
(ພາບປະກອບ)


(vovworld) – ​ໂຄງການ “ໜູນ​ຊ່ວຍຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ປ່າ​ແລະ​ເຂດ​ທົ່ງພຽງ​ຂອງຫວຽດນາມ” ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ, ອົງການ​ພັດທະນາ​ສາກົນ ອາ​ເມ​ລິ​ກາ (USAID), ຄະນະ​ກຳມະການ​ປະຊາຊົນ ​ແຂວງ ນາມ​ດິ້ງ ສົມທົບ​ກັນ​ປະຕິບັດ, ຈະ​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ​ 16/1, ຢູ່​ແຂວງ ນາມດິ້ງ.

        ​ໂຄງການ​ເພື່ອ​​ແນ​ໃສ່​ໜູນ​ຊ່ວຍ​ຈຸດ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ, ຫລຸດຜ່ອນ​ສິ່ງ​ແສດ​ເຫຼືອ​ທີ່​ກໍ່ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​​ແປງດິນ​ຟ້າ​ອາກາດຂອງ ຫວຽດນາມ ຜ່ານ​ການວາງ​ແຜນ​ນຳ​ໃຊ້​ທີ່​ດິນ, ຄຸ​້ມຄອງ​ປ່າ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ. ຈຸດໝາຍ​ລະອຽດ​ຂອງ​ໂຄງການ​ແມ່ນ​ຊ່ວຍຜັນ​ຂະຫຍາຍ​​ບັນດາ​ນະ​ໂຍບາຍ, ​ໂຄງການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ການເຕີບ​ໂຕ​ຂຽວ​ຢູ່​ບັນດາ​ແຂວງ​ເຂົ້າຮ່ວມ​ໂຄງການ. ວັນ​ທີ 16/1, ຜູ້ອຳນວຍການ USAID ປະຈຳ ຫວຽດນາມ ທ່ານ Joakim Parker ​ເນັ້ນ​ໜັກ​ວ່າ: ດ້ວຍ​ຈຳນວນ​ເງິນ 26 ລ້ານ USD, ​ໂຄງການ​ຈະ​ໜູນ​ຊ່ວຍການ​ປະສານ​ງານ​​ໃນ​ລະດັບ​ຊາດ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ. ການ​ເຄື່ອນ​ໄຫວ​ຊ່ວຍ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ຜ່ານ​ການ​ສຸ​ມ​ໃສ່​ໜູນ​ຊ່ວຍ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ຮັບ​ມື​ກັບ​ມົນ​ລະ​ພິດສິ່ງ​ແວ​ດລ້ອມ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

 


ຂ່າວ/ບົດ​ອື່ນ