ເລີ່ມຕົ້ນການຜະລິດໃນມື້ທຳອິດຂອງປີ 2013

ເລີ່ມຕົ້ນການຜະລິດໃນມື້ທຳອິດຂອງປີ 2013 - ảnh 1
ພາບປະກອບ:internet

(vovworld) - ​ ວັນ​ທີ 1/1, ມີ​ບໍລິສັດ, ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ຈັດ​ຕັ້ງ​ການ​ຜະລິດ​ໃນ​ມື້​ຕົ້ນ​ປີ​ໃຫມ່ 2013. ຢູ່ ທ່າ​ກຳ​ປັ່ນ ກາຍ​ເລີ​ນ, ບໍລິສັດ​ຈຳກັດ​ຜູ້​ດຽວ ທ່າ​ກຳ​ປັ່ນ ກວ໋າງນີງ ​ໄດ້​ຕ້ອນຮັບ​ກຳ​ປັ່ນຂົນ​ສົ່ງ​ສິນຄ້າ​ຖ້ຽວທຳ​ອິດ. ນັ້ນ​ແມ່ນ​ກຳ​ປັ່ນ Chuetsu Spirit ຂອງ​ຟິລິບ​ປີນ. ທ່ານ ບຸ່ຍ​ກວາງ​ດ໋າວ ຮອງ​ຜູ້ອຳນວຍການ​ທ່າ​ກຳ​ປັ່ນ ກາຍ​ເລີ​ນ ​ໃຫ້​ຮູ້​ວ່າ: ​ໃນ​ມື້​ທຳ​ອິດ​ຂອງ​ປີ​ໃຫມ່, ​ເລື່ອງ​ຈັດ​ຕັ້ງ​ຮັບ​ກຳ​ປັ່ນຖ້ຽວ​ທຳ​ອິດ​ແມ່ນ​ສະດວກ ​ແລະ ຫວັງ​ວ່າ​ຈະ​ນຳ​ມາ​​​ເຊິ່ງສິ່ງ​ທີ່​ໂຊກ​ດີ​ໃຫ້​ທັງ​ປີ.

        “ປີ 2012 ​ແມ່ນ​ປີ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ.​ ສຳລັບ​ທ່າ​ກຳ​ປັ່ນ​ກໍ​ໄດ້​ສຳ​ເລັດ​ຫນ້າ​ທີ່. ​ແຕ່​ປີ 2013 ຍັງ​ແມ່ນ​ປີ​ທີ່​ພື້ນຖານ​ເສດຖະກິດປະສົບ​ກັບ​ຄວາມ​ຫຍຸ້ງຍາກ​. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ຢາກ​ເຮັດໃຫ້ພື້ນຖານ​ເສດຖະກິດ​ຟື້ນ​ຕົວ​ໂດຍ​ໄວ ​ແລະ ພັດທະນາ, ທ່າ​ກຳ​ປັ່ນ​ມີ​ວຽກ​ເຮັດ​ງານ​ທຳ​ ໃຫ້​ແກ່​ກຳມະກອນຕື່ມ​ອີກ​.”

        ​ແລະ​ກໍ​ໃນ​ວັນ​ທີ 1/1, ກຳ​ປັ່ນ Wintec  ອອກ​ຈາກ​ທ່າ​ກຳ​ປັ່ນ​ບໍລິການ​ຂົນສົ່ງນ້ຳມັນອາຍແກສ ຢູງກວດ ຂົນ​ສົ່ງ​ໄມ້ 30.000 ​ໂຕນ​​ໄປ​ຍັງ ຈີນ.  ສ່ວນ​ຢູ່ທ່າກຳ​ປັ່ນ ຕຽນ​ຊາ ບໍລິສັດ​ຈຳກັດ​ຜູ້​ດຽວ ທ່າ​ກຳ​ປັ່ນ ດາ​ຫນັງ ​ໄດ້​ຈັດ​ຕັ້ງ​ພິທີ​ຮັບ​ກຳ​ປັ່ນ​ Warnow Master ສິງກະໂປຂົນ​ສົ່ງ​ສິນຄ້າ​ຖ້ຽວ​ທຳ​ອິດ​ໃນຕົ້ນ​ປີ 2013.  

ຂ່າວ/ບົດ​ອື່ນ