ເລີ່ມຕົ້ນການເຄື່ອນໄຫວໄລຍະ VII ຂໍ້ລິເລີ່ມຮ່ວມລະຫວ່າງຫວຽດນາມ - ຍີ່ປຸ່ນ

(VOVWORLD) -ບັນດາເນື້ອໃນຂອງຂໍ້ລິເລີ່ມຮ່ວມລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນໄລຍະ VII ແມ່ນບັນດາຫົວຂໍ້ທີ່ສະແດງໃຫ້ເຫັນຢ່າງຄົບຖ້ວນກ່ຽວກັບການພັດທະນາຂອງພື້ນຖານເສດຖະກິດຂອງຫວຽດນາມ. 

ເລີ່ມຕົ້ນການເຄື່ອນໄຫວໄລຍະ VII ຂໍ້ລິເລີ່ມຮ່ວມລະຫວ່າງຫວຽດນາມ - ຍີ່ປຸ່ນ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິຢຸງ ແລະ ທ່ານ Umeda Kunio ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຍີ່ປຸ່ນປະຈໍາຫວຽດນາມລົງນາມໃນບົດບັນທຶກຊ່ວຍຈໍາຂໍ້ລິເລີ່ມຮ່ວມຫວຽດນາມ - ຍີ່ປຸ່ນ ໄລຍະ VI 

(ພາບ:thoibaotaichinh.vn)

ຕອນບ່າຍວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ໄດ້ສົມທົບກັບສະຖານທູດຍີ່ປຸ່ນປະຈໍາຫວຽດນາມ, ຄະນະກໍາມະການເສດຖະກິດ ຫວຽດນາມ - ຍີ່ປຸ່ນ (ສັງກັດສະຫະພັນເສດຖະກິດຍີ່ປຸ່ນ - Keidanren) ຈັດຕັ້ງກອງປະຊຸມຂັ້ນສູງ ຄະນະກໍາມະການປະສົມ ເພື່ອເລີ່ມຕົ້ນການເຄື່ອນໄຫວໄລຍະ VII ຂໍ້ລິເລີ່ມຮ່ວມລະຫວ່າງຫວຽດນາມ - ຍີ່ປຸ່ນ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິຢຸງ, ໃຫ້ຮູ້ວ່າ ກອງປະຊຸມຂັ້ນສູງຄັ້ງນີ້ ຈະເຮັດແຈ້ງກ່ຽວກັບບັນດາເນື້ອໃນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ໄດ້ວາງອອກ, ນັ້ນແມ່ນຄວາມຮຽກຮ້ອງໃຫ້ສອງຝ່າຍຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກວ່າ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄ້າງຄາໃນປັດຈຸບັນ.

        ສ່ວນ ທ່ານ Umeda Kunio ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຍີ່ປຸ່ນ ປະຈໍາຫວຽດນາມ ຖືວ່າ ບັນດາເນື້ອໃນຂອງຂໍ້ລິເລີ່ມຮ່ວມລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນໄລຍະ VII ແມ່ນບັນດາຫົວຂໍ້ທີ່ສະແດງໃຫ້ເຫັນຢ່າງຄົບຖ້ວນກ່ຽວກັບການພັດທະນາຂອງພື້ນຖານເສດຖະກິດຂອງຫວຽດນາມ. ສິ່ງດັ່ງກ່າວແມ່ນເພື່ອແນໃສ່ເປົ້າໝາຍພັດທະນາດ້ານຄຸນນະພາບຂອງການດໍາລົງຊີວິດຂອງປະຊາຊົນ ກໍຄືຍົກສູງກໍາລັງຄວາມສາມາດແກ້ງແຍ້ງສາກົນ; ພິເສດແມ່ນຜ່ານການເພີ່ມທະວີກ່ຽວກັບດ້ານຄຸນນະພາບ, ຫາກບໍ່ແມ່ນດ້ານປະລິມານຂອງການລົງທຶນ. ທ່ານເອກອັກຄະລັດຖະທູດ Umeda Kunio ຫວັງວ່າ ຂໍ້ລິເລີ່ມດັ່ງກ່າວ ຈະນໍາມາເຊິ່ງໝາກຜົນທີ່ດີງາມ.

        ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບເວລາຜັນຂະຫຍາຍໄລຍະ VII ຂໍ້ລິເລີ່ມຮ່ວມລະຫວ່າງຫວຽດນາມ - ຍີ່ປຸ່ນ ແມ່ນດໍາເນີນໃນເວລາ 17 ເດືອນ, ນັບແຕ່ເດືອນສິງຫາ 2018 ຮອດທ້າຍປີ 2019. ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາຂໍ້ລິເລີ່ມຮ່ວມຫວຽດນາມ - ຍີ່ປຸ່ນ ໄລຍະ VII.

ຕອບກັບ

ຂ່າວ/ບົດ​ອື່ນ