ເລີ່ມ​ຕົ້ນ​ທຸ​ລະ​ກິດ (Startup), ນະ​ວັດ​ຕະ​ກຳ​ໃນ​ກະ​ສິ​ກຳ ຜ່ານ​ວັດ​ທະ​ນະ​ທຳ​ການ​ອ່ານ

(VOVWORLD) - ໂຄງການຊຸກຍູ້ວິວັດທະນາການ Startup, ນະວັດຕະກຳໃນນັກສຶກສາຂະແໜງກະສິກຳ ໄດ້ດຳເນີນໃນຕອນບ່າຍວັນທີ 14 ກໍລະກົດ ຢູ່ຮ່າໂນ້ຍ.

ເລີ່ມ​ຕົ້ນ​ທຸ​ລະ​ກິດ (Startup), ນະ​ວັດ​ຕະ​ກຳ​ໃນ​ກະ​ສິ​ກຳ ຜ່ານ​ວັດ​ທະ​ນະ​ທຳ​ການ​ອ່ານ - ảnh 1ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ (ພາບ:  VOV)

ໂຄງການມີການເຂົ້າຮ່ວມຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ວິສາຫະກິດ ທີ່ໄດ້ ແລະ ພວມລົງທຶນເຂົ້າຂົງເຂດກະສິກຳ, ຊົນນະບົດ. ທ່ານນາງ ຫງວຽນທິລານ, ຜູ້ອຳນວຍການສະຖາບັນກະສິກຳ ຫວຽດນາມ ຖືວ່າ:

 ສະຖາບັນຍາມໃດກໍ່ຖືເປັນສຳຄັນການເຊື່ອມຕໍ່, ແບ່ງປັນ, ຍູ້ແຮງການພັດທະນາລະບົບນິເວດ Startup, ນະວັດຕະກຳໃນຂົງເຂດກະສິກຳ ຢ່າງບໍ່ຢຸດຢັ້ງ. ໂຄງການບໍ່ພຽງແຕ່ແມ່ນກອງປະຊຸມເທົ່ານັ້ນ ຫາກຍັງມີຄວາມໝາຍເພື່ອນຳ ວັດທະນະທຳການອ່ານ ຮ່ວມເດີນທາງກັບການ “Startup ແລະ ນະວັດຕະກຳ” ຊ່ວຍໃຫ້ພະນັກງານ, ຄູສອນ, ນັກສຶກສາ, ສຳມະນາກອນຍົກສູງຄວາມຮັບຮູ້ກ່ຽວກັບປຶ້ມ, ມີຫຼາກຫຼາຍທັກສະ, ຈິນຕະນາການຕີລາຄາຄຸນນະພາບ, ປະດິດຄິດສ້າງ ແລະ ແກ້ໄຂບັນຫາ, ຈາກນັ້ນຈະຊ່ວຍໃຫ້ການເຄື່ອນໄຫວ Startup, ນະວັດຕະກຳ ປະສົບຜົນສຳເລັດຢ່າງງ່າຍດາຍກ່ວາ.

ເມື່ອແບ່ງປັນກ່ຽວກັບວັດທະນະທຳການອ່ານ ແລະ ເຈາະຈີ້ມແນວຄິດ Starup ໃຫ້ແກ່ນັກສຶກສາ, ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ Startup ທີ່ມີປ່ຽນແປງໃໝ່, ປະດິດຄິດສ້າງ ໃນນັກສຶກສາ ບໍ່ພຽງແຕ່ແມ່ນລາງວັນທີ່ບັນລຸໄດ້ເທົ່ານັ້ນ ຫາກຍັງຕ້ອງມຸ່ງໄປເຖິງການນຳຜະລິດຕະພັນໄປຂາຍຢູ່ຕະຫຼາດໄດ້ນຳອີກ.

ຕອບກັບ

ຂ່າວ/ບົດ​ອື່ນ