ເລີ່​ມ​ຕົ້ນ​ບັນ​ດາ​ກອງ​ປະ​ຊ​ຸມ​ໃນ​ຂອ​ບ​ເຂດກອງ​ປະ​ຊຸມ​ສຸດຍອດ ອ​າ​ຊຽນ ຄັ້ງ​ທີ 34

(VOVWORLD) -  ທ່ານ ສຸລິຍາ ຈິນດາວົງ ຫົວໜ້າກົມອາຊຽນຂຶ້ນກັບກະຊວງການຕ່າງປະເທດ ໄທ ໃຫ້ຮູ້ວ່າ ພາຍໃຕ້ການເປັນປະທານຂອງ ໄທນັ້ນ ຈະເອົາໃຈໃສ່ເປັນພິເສດຕໍ່ການສ້າງປະຊາຄົມອາຊຽນທີ່ຖືເອົາປະຊາຊົນເປັນໃຈກາງ ເພື່ອ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ ແລະ ມຸ່ງໄປສູ່ອະນາຄົດ”
ເລີ່​ມ​ຕົ້ນ​ບັນ​ດາ​ກອງ​ປະ​ຊ​ຸມ​ໃນ​ຂອ​ບ​ເຂດກອງ​ປະ​ຊຸມ​ສຸດຍອດ ອ​າ​ຊຽນ ຄັ້ງ​ທີ 34 - ảnh 1ບັນດາຜູ້ຕາງໜ້າປະຈຳ ອາຊຽນ (ພາບ: TTXVN)

ບັນດາກອງປະຊຸມໄດ້ຈັດຕັ້ງໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຢູ່ ບາງກອກ ໄດ້ເລີ່ມຕົ້ນຢ່າງເປັນທາງການໃນວັນທີ 20 ມິຖຸນາ, ດ້ວຍວາລະກອງປະຊຸມຂອງຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (CPR). ທີ່ກອງປະຊຸມຂອງ CPR, ເອກອັກຄະລັດຖະທູດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ປະຈຳ ອາຊຽນ ໄດ້ປຶກສາຫາລືບັນດາເນື້ອໃນທີ່ກະກຽມໃຫ້ແກ່ກອງປະຊຸມສະພາ ປະສານງານອາຊຽນ (ACC) ຄັ້ງທີ 23 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ເຊິ່ງຈະໄດ້ດຳເນີນໃນລະຫວ່າງວັນທີ 22 – 23 ມິຖຸນາ.

        ຫົວຂໍ້ຢ່າງເປັນທາງການຂອງ ປີ ອາຊຽນ 2019 ໂດຍໄທເປັນປະທານແມ່ນ “ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອຄວາມຍືນຍົງ”. ຕາມທ່ານນາງອຸດສະໜາ ພີລານົນ ຮອງຫົວໜ້າກົມ ອາຊຽນ ຂຶ້ນກັບ ກະຊວງການຕ່າງປະເທດ ໄທ ແລ້ວ, ເອກະສານ 17 ສະບັບຈະໄດ້ຮັບຮູ້ ຫຼື ຮັບຮອງເອົາໃນຂອບເຂດກອງປະຊຸມສຸດຍອດ ອາຊຽນຄັ້ງທີ 34 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງລ້ວນແຕ່ໄດ້ຮັບການແບ່ງປັນກ່ຽວກັບນິຍາມໃຈກາງຂອງຄວາມຍືນຍົງ.

        ກໍ່ກ່ຽວຂ້ອງເຖິງບັນດາກອງປະຊຸມນີ້, ທ່ານ ສຸລິຍາ ຈິນດາວົງ ຫົວໜ້າກົມອາຊຽນຂຶ້ນກັບກະຊວງການຕ່າງປະເທດ ໄທ ໃຫ້ຮູ້ວ່າ ພາຍໃຕ້ການເປັນປະທານຂອງ ໄທນັ້ນ ຈະເອົາໃຈໃສ່ເປັນພິເສດຕໍ່ການສ້າງປະຊາຄົມອາຊຽນທີ່ຖືເອົາປະຊາຊົນເປັນໃຈກາງ ເພື່ອ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ ແລະ ມຸ່ງໄປສູ່ອະນາຄົດ”

ຕອບກັບ

ຂ່າວ/ບົດ​ອື່ນ