ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ St.Peterburg ຄັ້ງ​ທີ 27

(VOVWORLD) - ຕອນເຊົ້າວັນທີ 05 ມິຖຸນາ, ເວທີປາໄສເສດຖະກິດໂລກ St.Peterburg ຄັ້ງທີ 27 ໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວຢ່າງເປັນທາງການ ຢູ່ນະຄອນ St.Peterburg, ສະຫະພັນ ລັດເຊຍ.
ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ St.Peterburg ຄັ້ງ​ທີ 27 - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຈະເຂົ້າຮ່ວມເວທີປາໄສ (ພາບ: VOV)

ໂດຍດຳເນີນຮອດວັນທີ 08 ມິຖຸຸນາ ຈຶ່ງອັດລົງ, ເວທີປາໄສດັ່ງກ່າວ ມີການເຂົ້າຮ່ວມການນຳຂັ້ນສູງບັນດາປະເທດ, ການນຳບັນດາວິສາຫະກິດ ແລະ ປະຊາຄົມວິທະຍາສາດ, ຜູ້ຕາງໜ້າວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມາຈາກ 45 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ພິທີໄຂຢ່າງເປັນທາງການຈະດຳເນີນໃນເວລາ 13 ໂມງ ຂອງວັນທີ 06 ມິຖຸນາ. ວາລະປະຊຸມຄົບຄະນະ ຈະດຳເນີນໃນຕອນບ່າຍວັນທີ 07 ມິຖຸນາ ໂດຍມີການເຂົ້າຮ່ວມ ແລະ ກ່າວຄຳເຫັນຂອງທ່ານປະທານາທິບໍດີ ລັດເຊຍ, Vladimir Putin. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສດັ່ງກ່າວ ນຳໂດຍທ່ານ ຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ແລະ ທ່ານເຈິ່ນລືວກວາງ ຈະມີບົດກ່າວປາໄສໃນພິທີໄຂ.

        ດ້ວຍຫົວຂໍ້ຫຼັກໆ “ພື້ນຖານຂອງໂລກຫຼາຍສົ້ນ ແມ່ນການສ້າງຕັ້ງບັນດາຈຸດເຕີບໂຕໃໝ່”, ເວທີປາໄສ ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາເຊິ່ງ ລັດເຊຍ, ບັນດາຕະຫຼາດຫາກໍພົ້ນເດັ່ນ ແລະ ປະຊາຄົມທົ່ວໂລກພວມປະເຊີນໜ້າ, ພ້ອມທັງພ້ອມກັນຊອກຫາບັນດາມາດຕະການໃຫ້ແກ່ບັນດາບັນຫາເຫຼົ່ານັ້ນ. ມີເກືອບ 200 ເຫດການ, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ແລະ ນັກປະຖະກະຖາ 1.500 ທ່ານ ຈະໄດ້ຈັດຂຶ້ນໃນ 4 ມື້ດຳເນີນເວທີປາໄສດັ່ງກ່າວ.

ນັກຂ່າວ VOV ປະຈຳ ລັດເຊຍ

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ