ເລີ່ມຕົ້ນຮອບເຈລະຈາໃໝ່ກ່ຽວກັບTPPຢູ່ອາເມລິກາ

ເລີ່ມຕົ້ນຮອບເຈລະຈາໃໝ່ກ່ຽວກັບTPPຢູ່ອາເມລິກາ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 26/09, ບັນດາ​ຫົວໜ້າ​ຄະນະ​​ເຈລະຈາ​ຂອງ​ອາ​ເມລິ​ກາ, ຍີ່​ປຸ່ນ ​ແລະ 10 ປະ​ເທດ​ອື່ນ, ​ໄດ້​ເລີ່​ມຈັດການ​​ເຈລະຈາ​ໃໝ່​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຟິກ (TPP) ຢູ່​ນະຄ​​ອນ Atlanta, ລັດ Georgia, ປະ​ເທດ​ອາ​ເມ​ລິ​ກາ. ການ​ເຈລະ​ຈາ​ນີ້​ຖືກ​ດຳ​ເນີນ​ໄປ ກ່ອນ​ກອງ​ປ​ະຊຸມ​​ບັນດາລັດຖະມົນ​ຕີ​ການ​ຄ້າ​ຂອງ 12 ປະ​ເທດ, ​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຢູ່ Atlanta ​ໃນ​ລະຫວ່າງ​ວັນ​ທີ 30/09  ​ແລະ 01/10 ທີ່​ຈະ​ມາ​ເຖິງ. ທີ່​ຮອບ​ເຈ​ລະ​ຈາ​ແກ່ຍາວ​ເປັນ​ເວລາ 4 ວັນນີ້, ບັນດາ​ປະ​ເທດ​ດັ່ງ​ກ່າວ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນ​ຫາ​ຕ່າງໆຄື: ​ເປີດ​ປະຕູ​ຕະຫຼາດ ​ແລະ ຊັບ​ສິນ​ທາງ​ປັນຍາ, ​ເຊິ່ງ​ເຄີ​ຍຖື​ກປະລາ​ໄຊ​​ໃນການ​ເຈລະຈາ​ເມື່ອ​ເດືອນ 07 ຜ່ານ​ມາ​ຢູ່ Hawai.

ຂ່າວ/ບົດ​ອື່ນ