ເລີ່ມຕົ້ນເດືອນເຄື່ອນໄຫວເດືອນເພື່ອຜູ້ທຸກຍາກ (17/10 – 18/11)

ເລີ່ມຕົ້ນເດືອນເຄື່ອນໄຫວເດືອນເພື່ອຜູ້ທຸກຍາກ (17/10 – 18/11) - ảnh 1
(ພາບປະກອບ)

(vovworld)-​ຕາມ​ທ່ານ ຫວູ​ຈ້ອງ​ກີມ, ຮອງ​ປະ​ທານ ທັງ​ເປັນ​ເລ​ຂາ​ທິການ​ໃຫ​ຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ແລ້ວ,​ເລື່ອງປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ໃນ​ເດືອນ​ເພື່ອ​ຜູ້​ທຸກ​ຍາກ ເພື່ອ​ສ້າງ​ແຫລ່ງ​ກຳ​ລັງ​​ຊ່ວຍ​ເຫລືອ​ໃຫ້​ແກ່​ຜູ້​ທຸກ​ຍາກ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່, ສົມ​ທົບ​ກັນ​ປະ​ຕິ​ບັດ​ຈຸດ​ໝາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ປະ​ກອບ​ສ່ວນ​ສຳ​ເລັດ​ຫ​ນ້າ​ທີ່​ເສດ​ຖະ​ກິດ​ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ທ້ອງ​ຖິ່ນ ແລະ ​ທົ່ວ​ປະ​ເທດ. ສຳ​ລັບ​ວຽກ​ງານ​ຂົນ​ຂວາຍ​ສະໜັບສະໜູນກອງ​ທຶນ    ”ເພື່ອ​ຜູ້​ທຸກ​ຍາກ” ແລະ ປະ​ຕິ​ບັດວຽກ​ງານ​ຮັບ​ປະ​ກັ​ນ​ຊີ​ວິດ​ສັງ​ຄົ​ມ, ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ຄະ​ນະ​ຂົນ​ຂວາຍ ”ວັນ​ເພື່ອ​ຜູ້​ທຸກ​ຍາກ” ທຸກ​ຂັ້ນ ສົມ​ທົບ​ກັນ​ຂົນ​ຂວາຍ​ບັນ​ດາ​ບໍ​ລິ​ສັດ​ໃຫຍ່, ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ບໍ​ລິ​ຈາກ​ໃຫ້​ກອງ​ທຶນ ”ເພື່ອ​ຜູ້​ທຸກ​ຍາກ” ທຸກ​ຂັ້​ນ. ຢູ່​ບັນ​ດາ​ທ້ອງ​ຖິ່ນ, ອີງ​ໃສ່​ສະ​ພາບ​ຕົວ​ຈິງ, ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ຄະ​ນະ​ຂົນ​ຂວາຍ ”ວັນ​ເພື່ອ​ຜູ້​ທຸກ​ຍາກ” ທ​ຸກ​ຂັ້ນ​ສ້າງ, ສ້າງ ​ແລະ ຜັນ​ຂະ​ຫ​ຍາຍ​ແຜນ​ການ​ຈັດ​ຕັ້ງ​ເດືອນ​ເຄື່ອນ​ໄຫວ​ເພື່ອ”ຜູ້​ທຸກ​ຍາກ”, ສືບ​ຕໍ່​ຂົນ​ຂວາຍການບໍ​ລິ​ຈາກ​ໃຫ້ກອງ​ທຶນ ”ເພື່ອ​ຜູ້​ທຸກ​ຍາກ”, ສົມ​ທົບ​ກັນປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ເບິ່ງ​ແຍງ​ດູ​ແລ​ໃຫ້ຜູ້​ທຸກ​ຍາກ.

  ​ເພື່ອ​ມຸ່ງ​ໄປ​ສູ່​ຈຸດໝາຍ​ດັ່ງກ່າວ, ​ໃນ​ພິທີ​ປຸກລະດົມ​ທີ່​ຈັດ​ຂຶ້ນ​ຢູ່​ແຂວງ​ຕຽນ​ຢາງ, ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ, ວິສາຫະກິດ, ຫົວໜ່ວຍຕ່າງໆ ໄດ້ແຜ່ບໍລິຈາກເງິນກ່ວາ 1,2 ຕື້ດົງ ເພື່ອຊ່ວຍເຫຼືອ ຜູ້ທຸກຍາກ.

   ສ່ວນຢູ່ແຂວງ ນິງຖ້ວນ, ຕອນບ່າຍວັນທີ 17/10, ຄະ​ນະ​ກຳ​ມະ​ການ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຂອງແຂວງ ໄດ້ປຸກລະດົມການສະໜັບ ສະໜູນ“ກອງ​ທຶນເພື່ອ​ຜູ້​ທຸກ​ຍາກ” ປີ 2013, ມີກ່ວາ 100 ຫົວໜ່ວຍ, ອົງການສຳນັກງານ, ສ່ວນບຸກຄົນ,​ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງແຂວງ ໄດ້ສະໜັບສະໜູນເປັນຈຳນວນເງິນກວ່າ 6,8 ຕື້ດົງ ເພື່ອກໍ່ສ້າງເຮືອນແຫ່ງ ສາມັກຄີໃຫ້ຜູ້ທຸກ​ຍາກ. ບັ້ນປຸກລະດົມການສະໜັບສະໜູນ“ກອງ​ທຶນເພື່ອ​ຜູ້​ທຸກ​ຍາກ” ຈະ​ແກ່ຍາວ​ຈົນ​ເຖິງ​ວັນ​ທີ 18/11/2013. 

ຂ່າວ/ບົດ​ອື່ນ