ເລີ່ມ​ຕົ້ນ​ໂຄງ​ການ​ສ້າງ​ໂຮງ​ຮຽນ​ແຫ່ງ​ຄວາມ​ສຸກ​ຢູ່ ຫວຽດ​ນາມ

(VOVWORLD) -ແທນທີ່ຈະສອນຕາມຫຼັກສຸດການຮຽນແບບເກົ່າ ໃຫ້ແກ່ນັກຮຽນໝົດທຸກຄົນ, ໂຄງການມຸ່ງໄປເຖິງການເຄົາລົບຈຸດທີ່ແຕກຕ່າງກັນໃນການກຳລັງຄວາມຄິດ ແລະ ບຸກຄະລິກຂອງນັກຮຽນແຕ່ລະຄົນ.
ເລີ່ມ​ຕົ້ນ​ໂຄງ​ການ​ສ້າງ​ໂຮງ​ຮຽນ​ແຫ່ງ​ຄວາມ​ສຸກ​ຢູ່ ຫວຽດ​ນາມ - ảnh 1ບັນດາຜູ້ແທນເຂົ້າຮ່ວມການຝຶກອົບຮົມ (ພາບ: VOV)

ມີຜູ້ອຳນວຍການໂຮງຮຽນກ່ວາ 10.000 ທ່ານໃນທົ່ວປະເທດ ຈະໄດ້ຮັບການຝຶກອົບຮົມໃນໂຄງການສ້າງໂຮງຮຽນແຫ່ງຄວາມສຸກ ໂດຍກອງທຶນໜູນຊ່ວຍການປ່ຽນແປງໃໝ່ການສຶກສາສາມັນ ຫວຽດນາມ (VIGEF) ຈັດຂຶ້ນ. ໂຄງການເພື່ອແນໃສ່ປຸກລະດົມ ແລະ ສ້າງຮູບແບບການສຶກສາ - ບຳລຸງສ້າງໃໝ່, ເຊິ່ງແມ່ນສະຖານທີ່ນັກຮຽນໄດ້ຮ່ຳຮຽນໃນຄວາມສຸກ, ພິເສດ ເອົາໃຈໃສ່ເປັນພິເສດເຖິງລັກສະນະ “ຫັນເປັນສ່ວນຕົວ” ຂອງນັກຮຽນແຕ່ລະຄົນ. ແທນທີ່ຈະສອນຕາມຫຼັກສຸດການຮຽນແບບເກົ່າ ໃຫ້ແກ່ນັກຮຽນໝົດທຸກຄົນ, ໂຄງການມຸ່ງໄປເຖິງການເຄົາລົບຈຸດທີ່ແຕກຕ່າງກັນໃນການກຳລັງຄວາມຄິດ ແລະ ບຸກຄະລິກຂອງນັກຮຽນແຕ່ລະຄົນ. ຈາກນັ້ນ, ຄູສອນຈະສ້າງສະພາບແວດລ້ອມທີ່ເໝາະສົມ ແລະ ສົ່ງເສີມນ້ອງໆນັກຮຽນພັດທະນາຢ່າງຖືກຕ້ອງຕາມຄວາມກຳລັງຄວາມສາມາດຂອງຕົນ.

ໃນ2 ປີ (2022 - 2023), ໂຄງການສ້າງໂຮງຮຽນແຫ່ງຄວາມສຸກຂອງ VIGEF ຈະບຳລຸງສ້າງ ຜູ້ອຳນວຍການ 10.000 ທ່ານຂອງບັນດາໂຮງຮຽນມັດທະຍົມຕອນປາຍ.  ໃນນັ້ນ, ໃນໄລຍະທີ 1, ໂຄງການຈະຜັນຂະຫຍາຍຢູ່ 7ແຂວງ, ນະຄອນຄື: ຮ່າໂນ້ຍ, ລາວກາຍ, ຮຶງອຽນ, ແຄ໊ງຮ່ວາ, ນິງທ້ວນ, ເງະອານ ແລະ ກອນຕຸມ.

ຕອບກັບ

ຂ່າວ/ບົດ​ອື່ນ