ເລີ່ມປະຕິບັດຂໍ້ລິເລີ່ມຮ່ວມ ຫວຽດນາມ-ຍີ່ປຸ່ນໄລຍະ6

ເລີ່ມປະຕິບັດຂໍ້ລິເລີ່ມຮ່ວມ ຫວຽດນາມ-ຍີ່ປຸ່ນໄລຍະ6 - ảnh 1
ກອງ​ປະ​ຊຸມ​ຂໍ້​ລິ​ເລີ່ມ​ຫວຽດ​ນາມ - ຍີ່​ປຸ່ນ
ພາບ:tinnhanhchungkhoan

 (vovworld)- ​ ​​​ ​ ຕອນ​ບ່າຍ​ວັນ​ທີ 22/8 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ສົມ​ທົບ​ກັບ​ສະ​ຖານ​ທູດ ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ຫວຽດ​ນາມ - ຍີ່​ປຸ່ນ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຄະ​ນະ​ກຳ​ມະ​ການ​ຕີ​ລາ​ຄາ ແລະ ຂໍ້​ລິ​ເລີ່ມ​ຮ່​ວ​ມ ຫວຽດ​ນາມ - ຍີ່​ປຸ່ນ ໄລ​ຍະ 6. ຂໍ້​ລິ​ເລີ່ມ​ຮ່​ວ​ມ ຫວຽດ​ນາມ - ຍີ່​ປຸ່ນ ເລີ່ມ​ປະ​ຕິ​ບັດ​ແຕ່​ເດືອນ 4/2003. ທີ່ກອງ​ປະ​ຊຸມ, ສອງ​ຝ່າຍ​ເຫັນ​ດີເປັນ​ເອ​ກະ​ພາບຕໍ່ເນື້ອ​ໃນ​ແຜນ​ການ​ດຳ​ເນີນ​ງານ ຂໍ້​ລິ​ເລີ່ມ​ຮ່​ວ​ມ ຫວຽດ​ນາມ - ຍີ່​ປຸ່ນ  ໄລ​ຍະ 6 ລວມ​ມີ: 7 ໝວດ​ບັນ​ຫາ ດ້ວຍ 7 ລາຍ​ການ​ກ່ຽວ​ຂ້ອງ​ເຖິງ: ແຮງ​ງານ, ເງິນ​ເດືອນ, ​ການບໍ​ລິ​ການ logistic ການ​ຂົນ​ສົ່ງ, ບໍ​ລິ​ການ, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິ​ດ​ຂ​ະ​ຫນາດ​ກາງ ແລະ ນ້ອຍ, ຈຳ​ຫນ່າຍ​ການ​ຢາ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ. ​ເວ​ລາ​ໃນ​ການ​ຜັນ​ຂະ​ຫຍາຍ ໄລ​ຍະ 6 ແມ່ນ 17 ເດືອນ, ​ແມ່ນເລີ່ມ​ແຕ່​ວັນ​ທີ 22/8/2016 ຮອດ​ກາງ​ປີ 2017.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ