ເລີ່ມປະຕິບັດໂຄງການ ເກັບກູ້ລູກລະເບີດ ຍັງບໍ່ທັນແຕກຢູ່ ແຂວງກວາງນາມ

ເລີ່ມປະຕິບັດໂຄງການ ເກັບກູ້ລູກລະເບີດ  ຍັງບໍ່ທັນແຕກຢູ່ ແຂວງກວາງນາມ - ảnh 1
​ທ່ານ David Shear ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຫວຽດນາມ​ ຮັບຊົມວັດຖຸລະ​ເບີດ ​ຍັງ​ບໍ່​ທັນ​ແຕກ​ທີ່ພິທີເປີດໂຄງການ
 (ພາບ: internet)


Vovworld- ວັນ​ທີ 12/10, ຢູ່​ຕາ​ແສງ ບິງ​ມິນ, ​ເມືອງ​ທັງ​ບີ​ງ ​ແຂວງ​ກວາງ​ນາມ, ​ໄດ້​ເລີ່​ມປະຕິບັດ​ໂຄງການ​ຊອກ​ຄົ້ນ​ຫາ, ມ້າງ​ຮື້​ລູກ​ລະ​ເບີດ ​ແລະ ວັດຖຸລະ​ເບີດ ​ຍັງ​ບໍ່​ທັນ​ແຕກ​ໃນ​ບໍລິ​ເວ​ນ​ແຂວງ. ນີ້​ແມ່ນ​ໂຄງການ​ໂດຍ​ລັດຖະບານ​ອາ​ເມ​ລິ​ກາ​ອຸປະຖຳ​ຜ່ານ​ກຸ່ມ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ລູກ​ລະ​ເບີດ(MAG) , ​ແນ​ໃສ່​ເກັບ​ກູ້ລູກ​ລະ​ເບີດ ​ແລະ ວັດຖຸລະ​ເບີດ​ຍັງ​ບໍ່​ທັນ​ແຕກ​ໃນ​ບໍລິ​ເວ​ນ​ແຂວງກວາງ​ນາມ. ນັບ​ແຕ່​ເວລາ​ເລີ່​ມ​ເຄື່ອນ​ໄຫວ​ໃນ​ເດືອນ 7/2012, ກຸ່ມ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ລູກ​ລະ​ເບີດຢູ່​ແຂວງ​ກວາງ​ນາມ ​ໄດ້​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ບັນດາ​ກົມ​ກອງ​ທະຫານ​ທ້ອງ​ຖິ່ນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕີ​ລາຄາ​ຢູ່​ເມືອງ​ທັງ​ບີ​ງ, ​ແນ​ໃສ່​ກຳນົດ​ບັນດາ​ຈຸດ​ທີ່​ມີລູກ​ລະ​ເບີດ ​ແລະ ວັດຖຸ​ລະ​ເບີດຍັງ​ບໍ່​ທັນ​ແຕກ​ກໍ່​ຜົນ​ສະທ້ອນ​ເຖິງ​ວົງ​ຄະນະ​ຍາດ. ຕາມ​ທ່ານ David Shear ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຫວຽດນາມ​ແລ້ວ, ນັບ​ແຕ່​ປີ 1989 ມາ​ຮອດ​ປະຈຸ​ບັນ, ອາ​ເມ​ລິ​ກາ​ໄດ້​​ໃຫ້ການໜູນຊ່ວຍ​ຫຼາຍ​ສົ​ມຄ​ວນ​ໃຫ້​ແກ່ວຽກ​ງານ​ແກ້​ໄຂ​ບັນຫາລູກ​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ​ຢູ່​ຫວຽດນາມ. ສະ​ເພາະ​ປີ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ອຸປະຖຳ​ເງິນ​ກ່ວາ 4 ລ້ານ USD ​ໃຫ້​ແກ່​ບັນດາ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ປະຕິບັດ​ບັນດາ​ໂຄງການ​ໜູນ​ຊ່ວຍ​ທີ່​ກ່ຽວຂ້ອງ​ເຖິງ​ການເກັບ​ກູ້ລູກ​ລະ​ເບີດ ​ແລະ ວັດຖຸ​ລະ​ເບີດຍັງ​ບໍ່​ທັນ​ແຕກ​ຢູ່ຫວຽດນາມ.

ຂ່າວ/ບົດ​ອື່ນ