ເລີ່ມປະຕິບັດໂຄງການກໍ່ສ້າງລະບົບສະໜອງໄຟຟ້າແສງຕາເວັນຢູ່ນະຄອນໂຮ້ຍອານ,ແຂວງກວາງນາມ

ເລີ່ມປະຕິບັດໂຄງການກໍ່ສ້າງລະບົບສະໜອງໄຟຟ້າແສງຕາເວັນຢູ່ນະຄອນໂຮ້ຍອານ,ແຂວງກວາງນາມ - ảnh 1
ເລີ່​ມ​ປະ​ຕິ​ບັດ​ໂຄງ​ການກໍ່​ສ້າງ​ລະ​ບົບ​
ສະ​ໜອງ​ໄຟ​ຟ້າ​​ແສງ​ຕາ​ເວັນ​ຢູ່​ນະ​ຄອນ​ໂຮ້ຍ​ອານ
(ພາບ: VGP)

(vovworld) - ​ຕອນ​ຄ່ຳ​ວັນ​ທີ 20/10, ຢູ່​ນະ​ຄອນ​ໂ​ຮ້ຍ​ອານ, ແຂວງກວາງ​ນາມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ້ຍ​ອານ ແລະ ນະ​ຄອນ Wernigerode, ສ.ເຢຍ​ລະ​ມັນ ໄດ້​ເລີ່ມ​ຜັນ​ຂະ​ຫຍາຍ​ໂຄງ​ການ “ກໍ່​ສ້າງ​ລະ​ບົບ​ສະ​ໜອງ​ໄຟ​ຟ້າ​ແສງ​ຕາ​ເວັນ ເພື່ອ​ໃຫ້​ລະ​ບົບ​ລຳ​ໂພງ ແລະ ​ໄຟ​ຟ້າເຍື່ອງ​ທາງ​ຢູ່​ເຂດ​​ຄຸມຖະ​ໜົນ​ເກົ່າ​ໂຮ້ຍ​ອານ ເຄື່ອນ​ໄຫວ”. ຍອດ​ເງິນ​ລົງ​ທຶນ​ໃຫ້​ໂຄງ​ການ​​ຄາດ​ວ່າ​ແມ່ນ 145.000 ເອີ​ໂລ, ໃນ​ນັ້ນລັດ​ຖະ​ບານ ເຢຍ​ລະ​ມັນ​ອຸ​ປະ​ຖ​ຳ​ 90%, ນະ​ຄອນ​ໂຮ້ຍ​ອານ ແລະ ນະ​ຄອນ Wernigerode ເຂົ້າ​ຮ່ວມ​ດ້ວຍ​ທຶນ​ສົມ​ທົບ 10%. ເມື່ອ​ໂຄງ​ກາ​ນ​ໄດ້​ນຳ​ເຂົ້າ​ໃຊ້​ການ​ຈະ​​ມີ​ໄຟ​ຟ້າ​ເຍື່ອງ​ທາງ, ປະ​ດັບ​ປະ​ດາ​ໃຫ້​ການ​ເຄື່ອນ​ໄຫວ​​ສະ​ແດງ​ສິ​ລ​ະ​ປະ​ຢູ່​ຕາມ​ຖະ​ໜົນ, ການ​ລະ​ຫຼີ້ນ​ພື້ນ​ເມືອງ …

        ໂຄງ​ການ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ຄວາມ​ມານ​ະ​ພະ​ຍາ​ຍາມ​​ຈຳ​ກັດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕາມ​ທິດ​ໝັ້​ນ​ຄົງ ເຊິ່ງ​ໂຮ້ຍ​ອານ ພວມ​ປະ​ຕິ​ບັດ, ເໝາະ​ສົມ​ກັບ​ແຜນ​ນະ​ໂຍ​ບາຍກໍ່​ສ້າງ​ໂຮ້ຍ​ອານ ໃຫ້​ກາຍ​ເປັນ​ນະ​ຄອນ​ຊີ​ວະ​ພາບ - ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ