ເລີ່ມປະຕິບັດໂຄງການເພີ່ມຄວາມໄວເລີ່ມຕົ້ນທຸລະກິດນະວັດຕະກຳໃນຂົງເຂດປະສິດທິຜົນດ້ານພະລັງງານ

(VOVWORLD) - ລາຍການດັ່ງກ່າວແມ່ນນອນໃນໂຄງການ “ຊຸກຍູ້ການເລີ່ມຕົ້ນທຸລະກິດນະວັດຕະກຳໃນຂົງເຂດປະສິດທິຜົນດ້ານພະລັງງານ”
ເລີ່ມປະຕິບັດໂຄງການເພີ່ມຄວາມໄວເລີ່ມຕົ້ນທຸລະກິດນະວັດຕະກຳໃນຂົງເຂດປະສິດທິຜົນດ້ານພະລັງງານ - ảnh 1(ພາບປະກອບ: daidoanket.vn)

        ວັນທີ 13 ສິງຫາ, ໂຄງການເພີ່ມຄວາມໄວເລີ່ມຕົ້ນທຸລະກິດນະວັດຕະກຳໃນຂົງເຂດປະສິດທິຜົນດ້ານພະລັງງານ, ເປັນຄັ້ງທຳອິດໄດ້ຈັດຂຶ້ນຢູ່ ຫວຽດນາມ ສະຫງວນສະເພາະໃຫ້ແກ່ຂົງເຂດນີ້, ໄດ້ເປີດຮັບໜັງສືຈົດທະບຽນໃຫ້ບັນດາວິສາຫະກິດເລີ່ມຕົ້ນທຸລະກິດ ແລະ ກຸ່ມນັກຮຽນ, ນັກສຶກສາຮອດວັນທີ 25 ກັນຍາ.

        ຕາມກົມປະຢັດພະລັງງານ ແລະ ພັດທະນາແບບຍືນຍົງ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວ, ລາຍການດັ່ງກ່າວແມ່ນນອນໃນໂຄງການ “ຊຸກຍູ້ການເລີ່ມຕົ້ນທຸລະກິດນະວັດຕະກຳໃນຂົງເຂດປະສິດທິຜົນດ້ານພະລັງງານ” (AIS4EE) ຂຶ້ນກັບໂຄງການຫັນປ່ຽນພະລັງງານແບບຍືນຍົງ ຫວຽດນາມ - ສະຫະພາບ ເອີລົບ (SETP), ໂດຍສະຫະພາບເອີລົບ (ອີຢູ) ອຸປະຖຳໃຫ້ກະຊວງອຸດສາຫະກຳການຄ້າ ຫວຽດນາມ. ຜ່ານການຊຸກຍູ້ການລົງທຶນ, ໂຄງການນີ້ຈະປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງໂຄງການແຫ່ງຊາດກ່ຽວກັບການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນໄລຍະ 2019 - 2030 (VNEEP3) ດ້ວຍເປົ້າໝາຍສູ້ຊົນບັນລຸການປະຢັດແຕ່ 8 – 10% ຍອດຈຳນວນການນຳໃຊ້ໄຟຟ້າໃນທົ່ວປະເທດໃນໄລຍະແຕ່ປີ 2019 ຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ