ເລີ່ມຜັນຂະຫຍາຍຂະບວນການອາສາສະໝັກລະດູຮ້ອນ ຄັ້ງທີ 6

(vovword) -          ຕອນເຊົ້າວັນທີ 17/6,  ຄະນະຊາວຫນຸ່ມນະຄອນ ໂຮ່ຈິມີນ ໄດ້ຈັດຕັ້ງພິທີເລີ່ມຜັນຂະຫຍາຍ
ຂະບວນການອາສາສະໝັກລະດູຮ້ອນ ຄັ້ງທີ 6 ປີ 2012 ໂດຍມີການເຂົ້າຮ່ວມຂອງສະມາຊິກຄະນະຊາວຫນຸ່ມ, ບັນດາກຳລັງຕຳຫລວດ, ນັກຮຽນ​ນັກ​ສຶກສາ, ທະຫານ​ລາດ​ ກວ່າ 1000 ຄົນຢູ່ ບໍລິ​ເວນ ນະຄອນ. ຂະ​ບວນການ​ອາສາ​ສະໝັກ​ລະດູ​ຮ້ອນ​ຄັ້ງ​ທີ 6 ນີ້ ​ຖືກ​ຈັດ​ຂຶ້ນ​ເປັນ​ສອງ​ຄັ້ງ, ອັນ​ໄດ້ລະດົມການ​ເຂົ້າ​ຮ່ວມ​ຂອງ 10.000 ຄົນ. ຄັ້ງ​ທຳ​ອິດ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ນັກຮົບ​ຫນຸ່ມ​ປະຈັນບານ​ສ້າງສາ​ນະຄອນ​ໃຫ້​ສີວິ​ໄລ ທັນ​ສະ​ໄຫມ ​ເຕັມ​ໄປ​ດ້ວຍ​ຄວາມ​ຜູກ​ພັນ ຊຶ່ງ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 17 - 31/6. ຄັ້ງ​ທີ​ສອງ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ນັກຮົບ​ຫນຸ່ມ​ປະ​ຈັນ​ບານ​ເພື່ອ​ຄວາມ​ສະ​ຫງົບ​ປອດ​ໄພ​ຂອງ​ນະຄອນ, ​ເພື່ອ​ຊີວິດ​ຂອງ​ວົງ​ຄະນາ​ຍາດ” ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 1 - 15/7. ທ່ານ Pham Hong Son ຜູ້​ຊີ້​ນຳຂະ​ບວນການ​ດັ່ງກ່າວ​ໃຫ້​ຮູ້​ວ່າ:

ເລີ່ມຜັນຂະຫຍາຍຂະບວນການອາສາສະໝັກລະດູຮ້ອນ ຄັ້ງທີ 6 - ảnh 1
ຂະບວນການອາສາສະໝັກລະດູຮ້ອນ ປີ 2012
ພາບ:sggp.org.vn

        “ຈຸດໝາຍ​ຂອງຂະ​ບວນການ​ຄັ້ງ​ນີ້ ຢາກ​ສ້າງ​ສະພາບ​​ແວດ​ລ້ອມ​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຈາກໄວ​ຫນຸ່ມ, ຈາກກຳລັງ​ປະກອບ​ອາວຸດ. ຂະ​ບວນການ​ຈະ​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ປະ​ກອບ​ສ່ວນ​ປະຕິບັດ​ປີ​ປອດ​ໄພ​ທາງ​ຄົມມະນາຄົມ. ຄະນະ​ຊາວ​ຫນຸ່ມ​ນະຄອນ​ຈະ​ສົ່ງ​ກຳລັງ​ຊາວ​ຫນຸ່ມ​ອາສາ​ສະໝັກ​ລົງ​ເຂດ​ຊົນນະບົດ​ເພື່ອ​ກວດ ປິນ​ປົວ​ພະຍາດ, ​ແຈກ​ຢາຍຢຸກຢາ, ກໍ່ສ້າງ​ເສັ້ນທາງ, ຄອງ​ເຫມືອງ​ຊົນລະປະທານ​ໃຫ້​ແກ່​ປະຊາຊົນ​.”



ຂ່າວ/ບົດ​ອື່ນ