ເລີ່ມ​ລົງ​ມື​ກໍ່​ສ້າງສູນ​ກະ​ສິ​ກຳ ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ​ທັນ​ສະ​ໄໝທີ່​ສຸດ​ຢູ່​ ໄຕ​ຫງວຽນ

(VOVWORLD) -ໂຄງການໂດຍກຸ່ມບໍລິສັດ Da Heus (ໂຮນລັງ) ແລະ ກຸ່ມບໍລິສັດ ຮຸ່ງເຍິນຮ່ວມມືລົງທຶນ, ດ້ວຍຍອດເງິນລົງທຶນແມ່ນ 66 ລ້ານ USD, ຄາດວ່າຈະສຳເລັດໃນທ້າຍປີ 2025.
ເລີ່ມ​ລົງ​ມື​ກໍ່​ສ້າງສູນ​ກະ​ສິ​ກຳ ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ​ທັນ​ສະ​ໄໝທີ່​ສຸດ​ຢູ່​ ໄຕ​ຫງວຽນ - ảnh 1 ບັນດາຜູ້ແທນປະຕິບັດພິທີເລີ່ມລົງມືກໍ່ສ້າງໂຄງການ (ພາບ: TTXVN)

ໂຄງການ “ສູນກະສິກຳນຳໃຊ້ເຕັກໂນໂລຢີສູງຢູ່ດັກລັກ” - ແມ່ນສູນກະສິກຳທັນສະໄໝທີ່ສຸດຢູ່ ໄຕຫງວຽນ ໃນປັດຈຸບັນໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 27 ກັນຍາ. ສູນກະສິກຳມີເນື້ອທີ່ປະມານ 200 ha, ໄດ້ກໍ່ສ້າງຢູ່ຕາແສງ Ea Mdroh, ເມືອງ Cu Mgar, ແຂວງດັກລັກ. ໂຄງການລວມມີສູນຜະລິດບັນດາຜະລິດຕະພັນກະເສດ ທີ່ມີຄຸນນະພາບສູງ ຕາມລະບົບຄົບວົງຈອນເຊິ່ງລວມມີ: ການຄັດເລືອກ, ຜະລິດ ໝູພັນ - ໄກ່ພັນ, ຜະລິດອາຫານລ້ຽງສັດຕາມທິດອົງຄະທາດ… ສູນໄດ້ຕິດຕັ້ງລະບົບໄຟຟ້າແສງຕາເວັນ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວຜະລິດ, ອັນໄດ້ປະກອບສ່ວນປະຢັດຄ່າທຳນຽມ ແລະ ປົກປັກຮັກສາສິ່ງແວດລ້ອມ.        

ຕອບກັບ

ຂ່າວ/ບົດ​ອື່ນ