ເລີ່ມລົງມືກໍ່ສ້າງຫໍມິດຕະພາບຫວຽດນາມ - ຈີນ

ເລີ່ມລົງມືກໍ່ສ້າງຫໍມິດຕະພາບຫວຽດນາມ - ຈີນ - ảnh 1
(​ພິທີ​ເລີ່​ມລົງມື​ກໍ່ສ້າງ​ຫໍ​ມິດຕະພາບ​ຫວຽດນາມ - ຈີນ)

(vovworld) - ຕອນ​ເຊົ້າ​ວັນ​ທີ 8 ຕຸລາ, ຫໍ​ມິດຕະພາບ​ຫວຽດນາມ - ຈີນ ​ເລີ່​ມລົງມື​ກໍ່ສ້າງ​ຢູ່​ຮ່າ​ໂນ້ຍ ຢ່າງ​ເປັນ​ທາງ​ການ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ເຟືອງ​ງາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ ປະຈຳ​ຫວຽດນາມ ​ໂຄງ​ຊວຽນ​ເຢົາ, ທ່ານປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຫວູຊວນ​ຮົ່ງ, ຜູ້​ຕາງໜ້າ​ກະຊວງ, ຂະ​ແໜງ​ການ​ຫວຽດນາມ ​ແລະ ຈີນ ພ້ອມ​ກັບ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ມິດຕະພາບ​ໃຫຍ່​ກວ່າ​ໝູ່​ລະຫວ່າງ 2 ປະ​ເທດ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ເຊິ່ງ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ການ​ນຳ​ພັກ, ລັດ 2 ປະ​ເທດ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຫວູຊວນ​ຮົ່ງ ​ເນັ້ນ​ໜັກ​ວ່າ ພາຍຫຼັງ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ ​ແລະ ນຳ​ເຂົ້າ​ໃຊ້​ການ, ຫໍ​ມິດຕະພາບ​ຫວຽດນາມ - ຈີນ ຈະ​ເປັນ​ສັນຍາ​ລັກ​ມິດຕະພາບ​ທີ່​ມີ​ຊີວິດ​ຂີ​ວາ, ​ເປັນ​ຂີດ​ໝາຍ​ຂອງ​ການ​ພົວພັນ​ອັນ​ດີງາມ​ຂອງ 2 ປະ​ເທດ​ໃນ​ໄລຍະ​ໃໝ່ ​ແລະ ​ແມ່ນ​ສະຖານ​ທີ່​ຢ້ຽມຢາມ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ ​ເມື່ອ​ມາ​ ຮ່າ​ໂນ້ຍ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປ ຈີນ ປະຈຳ​ຫວຽດນາມ ໂຄງ​ຊວຽນ​ເຢົາ ​ໃຫ້​ຮູ້​ວ່າ.

        “ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ຈີນ ​ແລະ ຫວຽດນາມ ​ໂດຍ​ອີ່​ງ​ໃສ່​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນນະ. ມີພຽງ​ປະຊາຊົນ 2 ປະ​ເທດ​ທີ່​ມີ​ນ້ຳ​ໃຈ​ມິດຕະພາບ​ເຊິ່ງກັນ ​ແລະ ກັນ ຈຶ່ງ​ສາມາດສ້າງເປັນສາຍພົວພັນ​ມິດຕະພາບຈີນ - ຫວຽດນາມ ຢ່າງ​ແທ້​ຈິງໄດ້. ​ເລື່ອງ​ກໍ່ສ້າງ​ຫໍ​ມິດຕະພາບ​ຫວຽດນາມ - ຈີນ ​ແມ່ນ​​ແທດ​ເໝາະ​ກັບ​ຄວາມ​ຕ້ອງການ​ພົບ​ປະ​ແລກປ່ຽນ​ຂອງ​ປະຊາຊົນ 2 ປະ​ເທດ ​ແລະ ຈະ​ກາຍ​ເປັນ​ສະຖານ​ທີ່​ພົບ​ປະ​ແລກປ່ຽນ​ປະຊາຊົນລະຫວ່າງ 2 ປະ​ເທດ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບທີ່​ເປັນຫຼາຍ​ຮູບ​ຫຼາຍ​ແບບ​ກ່ຽວ​ກັບ​ດ້ານ​ຮູບ​ແບບ ​ແລະ ອຸດົມສົມບູນ​ດ້ານ​ເນື້ອ​ໃນ, ​ເພື່ອ​ໃຫ້​ສາຍ​ພົວພັນມິດຕະພາບ​ລະຫວ່າງຈີນ - ຫວຽດນາມ ນັບ​ມື້​ນັບ​ເລີກ​ເຊິ່ງ ​ແລະ ສະໜິດ​ຕິດ​ຜັນ​ກວ່າ”.

        ກິດຈະກຳ​ນີ້​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ບໍລິ​ເວັນທີ່​ມີ​ເນື້ອ​ທີ່ 3,3 ha, ດ້ວຍ​ເນື້ອ​ທີ່​ກໍ່ສ້າງ​ເກືອບ 14.000 ຕາລາງ​ແມດ, ​ຍອດ​ຈຳນວນ​ເງິນ​​ລົງທຶນ​ກໍ່ສ້າງ​ກິດຈະກຳ​ປະມານ 140 ລ້ານ​ຢວນ, ​ໂດຍ​ຈີນ ຊ່ວຍ​ເຫຼືອລ້າ. ຄາດ​ວ່າ, ກິດຈະກຳຈະ​ໄດ້ຮັບ​ການກໍ່​ສ້າງ​ສຳ​ເລັດ​ໃນ​ຮອບ​ເວລາ 20 ​ເດືອນ.

ຂ່າວ/ບົດ​ອື່ນ