ເລີ່ມລົງມືກໍ່ສ້າງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Svay Rieng

(VOVWORLD) - ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Svay Rieng ໄດ້ກໍ່ສ້າງໃນເນື້ອທີ່ 7.500 ຕາແມັດ ດ້ວຍງົບປະມານການກໍ່ສ້າງເກືອບ 1,4 ລ້ານໂດລາສະຫະລັດ
ເລີ່ມລົງມືກໍ່ສ້າງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Svay Rieng - ảnh 1(ພິທີວາງສີລາລຶກເລີ່ມລົງມືກໍ່ສ້າງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ)

ວັນທີ 9 ທັນວາ, ຢູ່ນະຄອນ Svay Rieng , ແຂວງ Svay Rieng, ກຳປູເຈຍ, ໄດ້ດຳເນີນພິທີວາງສີລາລຶກ ເລີ່ມລົງມືກໍ່ສ້າງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ. ນີ້ແມ່ນອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ແຫ່ງທີ່ 23 ໄດ້ກໍ່ສ້າງຢູ່ 23/25 ແຂວງ, ນະຄອນຢ່ ູກຳປູເຈຍ, ເພື່ອອາໄລຫາບັນດາວິລະຊົນທີ່ເສຍສະຫຼະຊີວິດ, ທະຫານອາສາສະໝັກ ຫວຽດນາມ ແລະ ກອງທັບແນວໂຮມກູ້ຊາດ ກຳປູເຈຍ ເສຍສະຫຼະຊີວິດເພື່ອພາລະກິດແຫ່ງການປົດປ່ອຍປະເທດຊາດອອກຈາກການດັບສູນເຊື້ອຊາດ Pol Pot.

        ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Svay Rieng ໄດ້ກໍ່ສ້າງໃນເນື້ອທີ່ 7.500 ຕາແມັດ ດ້ວຍງົບປະມານການກໍ່ສ້າງເກືອບ 1,4 ລ້ານໂດລາສະຫະລັດ, ປະກອບມີການກໍ່ສ້າງອະນຸສາວະລີ ແລະ ສວນສາທາລະນະ, ຄາດວ່າ, ການກ່ໍສ້າງຈະສຳເລັດໃນເວລາ 12 ເດືອນ.

        ພ້ອມກັບ ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Svay Rieng, ອະນຸສາວະລີມິດຕະພາບ 5 ແຫ່ງຢູ່ແຂວງ Siem Riep, Odor Meanchey, Tbong Khmum, Kampong Speu ແລະ ແຂວງ Pailin ກໍ່ຈະໄດ້ດຳເນີນການສະຫຼອງໃນປີ 2022, ເປັນປີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ 2 ປະເທດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ