ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ

(VOVWORLD) - ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ ນອນຢູ່ນົນພູ ຊິມ, ຫ່າງຈາກເຂດບ້ານເກົ່າເກືອບ 2 ກມ, ດ້ວຍເນື້ອທີ່ທັງໝົດກວ່າ 10 ເຮັກຕາ.
ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ - ảnh 1(ພິທີເລີ່ມລົງມືກໍ່ສ້າງ)

ຕອນບ່າຍວັນທີ 21 ກັນຍາ, ພາຍຫຼັງການກະກຽມຢ່າງຮີບເຮັ່ງ, ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ, ຕາແສງ ຟຸກແຄງ, ເມືອງ ບາວອຽນ, ແຂວງ ລາວກາຍ ໄດ້ເລີ່ມລົງມືກໍ່ສ້າງ.

ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ ນອນຢູ່ນົນພູ ຊິມ, ຫ່າງຈາກເຂດບ້ານເກົ່າເກືອບ 2 ກມ, ດ້ວຍເນື້ອທີ່ທັງໝົດກວ່າ 10 ເຮັກຕາ. ເຂດນີ້ໄດ້ຮັບການຕີລາຄາວ່າມີຄວາມປອດໄພ, ສະດວກດ້ານຄົມມະນາຄົມ, ໃກ້ກັບແຫຼ່ງນ້ຳ ແລະ ດິນຜະລິດຂອງພໍ່ແມ່ປະຊາຊົນ.

ຄາດວ່າ, ໂຄງການດັ່ງກ່າວຈະກໍ່ສ້າງເຮືອນຮ້ານ 40 ຫຼັງຕາມສະຖາປັດຕະຍາກຳທີ່ເປັນມູນເຊື້ອຂອງຊາວເຜົ່າ ໄຕ່. ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານ ຈິ້ງຊວັນເຈື່ອງ, ປະທານຄະນະກຳມະການແຂວງ ລາວກາຍ, ສະແດງຄວາມຕັດສິນໃຈຮ່ວມເດີນທາງພ້ອມກັບບັນດາອົງການ, ຫົວໜ່ວຍ, ຜູ້ໃຈບຸນໃຈກູ້ສົນສຸມໃສ່ຢ່າງແຮງ ເພື່ອປະຕິບັດໜ້າທີ່ກໍ່ສ້າງສຳເລັດກ່ອນວັນທີ 31 ທັນວາ ເພື່ອໃຫ້ພໍ່ແມ່ປະຊາຊົນມາຢູ່, ຕ້ອນຮັບບຸນປີໃໝ່ຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ.

ໄລ່ມາຮອດປະຈຸບັນ, ສະພາບນ້ຳໄຫຼຊຸ, ດິນເຊາະເຈື່ອນຢ່າງຮ້າຍແຮງຍ້ອນພາຍຸ Yagi ກໍ່ຂຶ້ນໃນຕອນເຊົ້າວັນທີ 10 ກັນຍາ ຢູ່ບ້ານ ນູ ເຮັດໃຫ້ມີຜູ້ຖືກເສຍຊີວິດ 54 ຄົນ, 13 ຄົນຫາຍສາບສູນ, 14 ຄົນຮັບບາດເຈັບ, ບັນດາກຳລັງຍັງສືບຕໍ່ຊອກຫາຜູ້ປະສົບເຄາະຮ້າຍທີ່ຫາຍສາບສູນ; ຕັ້ງໜ້າປິ່ນປົວໃຫ້ແກ່ຄົນເຈັບ; ໜູນຊ່ວຍພໍ່ແມ່ປະຊາຊົນຟື້ນຟູການຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ