ເລີ່ມລົງມືກໍ່ສ້າງເຂດອະນຸສອນສະຖານປະທານໂຮ່ຈິມີນຢູ່ໄທ

ເລີ່ມລົງມືກໍ່ສ້າງເຂດອະນຸສອນສະຖານປະທານໂຮ່ຈິມີນຢູ່ໄທ - ảnh 1
ຫ້ອງເຮັດວຽກຂອງປະທານໂຮ່ຈິມີນຢູ່ໄທໃນເມື່ອກ່ອນ
ພາບ:internet


(vovworld)-  ພິທີ​​ເລີ່​ມລົງມື​ກໍ່ສ້າງ​ເຂດ​ອະນຸສອນ​ສະຖານ​ປະທາ​​ນ​ໂຮ່ຈິ​ມີນ ຫາ​ກໍ່​ໄດ້​ຈັດ​ຕັ້ງ​ຂຶ້ນ​ຢູ່ ບ້ານ​ດົງ ​ເມືອງ ປ່າ​ມະຄາ​ບ, ​ແຂວງ ພິຈິດ ປະ​ເທດ​ໄທ. ກິດຈະ​ກຳ​ດັ່ງກ່າວ​ນອນ​ໃນ​ໂຄງການ​ກໍ່ສ້າງ​ໝູ່​ບ້ານ​ມິດຕະພາບ ​ໄທ- ຫວຽດນາມ ​ແລະ ​ເຂດ​ອະນຸສອນ​ສະຖານ​ປະທານ​ໂຮ່ຈິ​ມີນຂອງ​ແຂວງ​ດັ່ງກ່າວ ມີ​ເນື້ອ​ທີ່ເກືອບ 8.000 ຕາລາງ​ແມັດ, ​ໂດຍ​ຊາວ​ທ້ອງ​ຖິ່ນກໍ່ສ້າງ. ນີ້​ແມ່ນ​ກິດຈະກຳ​ມີ​ຄວາມ​ໝາຍ​ພິ​ເສດ ​ເພື່ອ​ຮັກສາ​ຮ່ອງ​ຮອຍ​ຂອງ​ປະທານ​ໂຮ່ຈິ​ມີນ​ໃນ​ວິວັດທະນາ​ການ​ເຄື່ອນ​ໄຫວ​ປະຕິວັດ​ຢູ່​ໄທ. ຄາດ​ວ່າ ກິດຈະກຳ​ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ໃນ​ປີ 2015, ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 125 ປີ ​ແຫ່ງ​ວັນ​ຄ້າຍວັນ​ເກີດຂອງ​ປະທານ​ໂຮ່ຈິ​ມີນ (19/5/1890-19/5/2015).

 

ຕອບກັບ

ຂ່າວ/ບົດ​ອື່ນ