ເລີ່ມລົງມືກໍ່ສ້າງເສັ້ນທາງ 1A ຕອນຜ່ານແຂວງ ບິ່ງດິ້ງ

ເລີ່ມລົງມືກໍ່ສ້າງເສັ້ນທາງ 1A ຕອນຜ່ານແຂວງ ບິ່ງດິ້ງ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ
ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ​ໂຄງການ​ BOT ເສັ້ນທາງຫຼວງ 1A)


(vovworld) - ພິທີເລີ່ມລົງມືກໍ່ສ້າງ​ໂຄງການ​ BOT ເສັ້ນທາງຫຼວງ 1A ຕອນຜ່ານ​ບໍລິ​ເວນ​ແຂວງ​ບິ່ງ​ດິ້ງ ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 31/03, ຢູ່​ແຂວງ ບິ່ງ​ດິ້ງ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ກະຊວງ​ຄົມມະນາຄົມ​ຂົງສົ່ງ ​ໃນ​ການ​ຜັນ​ຂະຫຍາຍ​ໂຄງການ​ເປີດ​ກວ້າງ, ຍົກລະດັບ​ທາງ​ຫຼວງ 1A, ສູ້ຊົນ​ຮອດ​ປີ 2016 ​ຈະສຳ​ເລັດ​ການ​ເປີດ​ກວ້າງ, ຍົກລະດັບທາງ​ຫຼວງ 1A ຕອນ​ຈາກ ລ້າງ​ເຊີນ ຮອດ​ນະຄອນ​ເກີນ​ເທີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ຮຽກຮ້ອງ​ໃຫ້​ກະຊວງຄົມມະນາຄົມ​ຂົງສົ່ງ, ການ​ນຳ​ແຂວງບິ່ງດິ້ງ, ຟຸ໋ອຽນ ​ແລະ ບັນດາ​​ເຈົ້າຜູ້​ຮັບ​ເໝົາ​ກໍ່ສ້າງຕ້ອງ​ຮັບປະກັນ​ການ​ສ້າງ​​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ໃຫ້​ແກ່​ປະຊາຊົນ​ໃນ​ເຂດບຸກ​ເບີດ​ໜ້າ​ພຽງ​ມີການ​ດຳລົງ​ຊີວິດ​ເປັນ​ປົກກະຕິ, ​ຮັບປະກັນ​ມີ​ຄຸນ​ນະພາ​ບ, ການປະຕິບັດ​ກິດຈະການຖືກ​ຕາມ​ຈຸດ​ເວລາ​ຄື​ດັ່ງຄຳ​ໝັນ​ສັນຍາ​ກັບ​ລັດຖະບານ. ທ່ານ ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ.

        “ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ຫົວໜ່ວຍ​ອອກ​ແບບ, ​ໃຫ້ປຶກສາ, ຕິດຕາມກວດກາ ​ແລະ ພິ​ເສດ​ແມ່ນ​ຫົວໜ່ວຍ​ຈັດ​ຕັ້ງປະຕິບັດ​ການ​ກໍ່ສ້າງ​ຢ່າງ​ມີ​ວີ​ທະຍາ​ສາດ, ຫຼີກ​ລ້ຽງ​ສະພາບ​ການ​ລົດ​ຕິດ, ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ​ໃນ​ໄລຍະ​ດຳ​ເນີນ​ການ​ກໍ່ສ້າງ, ​ເພື່ອ​ໃຫ້​ກິດ​ຈະ​ກຳ​ນີ້​​ເປັນ​ແບບຢ່າງ​ໃນ​ການຈັດ​ຕັ້ງ​ປະຕິບັດ, ​ເປີດ​ສະ​ໜອງ​ຖືກ​ຕາມ​ຈຸດ​ເວລາ​ຄື​ດັ່ງ​ຄຳ​ໝັ້ນ​ສັນຍາ ​ເຊິ່ງບັນດາ​ສະຫາຍ​ໄດ້​ປະກາດ​ໃນ​ມື້​ນີ້. ພວກ​ຂ້າພະ​ເຈົ້າ​ກໍ​ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ ບິ່ງ​ດິ້ງ, ຟຸ໋ອຽນ ສືບ​ຕໍ່​ຂົນຂວາຍ​ປະຊາຊົນ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ແຜນ​ນະ​ໂຍບາຍ​ທີ່​ສຳຄັນ​ນີ້ ​ແລະ ພິ​ເສດ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​ການສ້າງ​​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ​ໃນ​ເຂດບຸກ​ເບີດ​ໜ້າ​ພຽງ​”.

        ​ໂຄງການ BOT ​ເປີດ​ກວ້າງ, ຍົກ​ລະດັບທາງ​ຫຼວງ 1A ​ຈະໄດ້​ຮັບ​ການ​ປະຕິບັດ​ໃນ​ໄລຍະ​ເກືອບ 3 ປີ, ຄາດ​ວ່າ​ຮອດ​ເດືອນ 12/2015 ຈະ​ສຳ​ເລັດ​ການ​ກໍ່ສ້າງ ​ແລະ ນຳ​ເຂົ້າ​ໃຊ້​ການ.

ຂ່າວ/ບົດ​ອື່ນ