ເລີ່ມລົງມືກໍ່ສ້າງເສັ້ນທາງດ່ວນ ທາຍງວຽນ-ເຈີ້ເມີຍ

ເລີ່ມລົງມືກໍ່ສ້າງເສັ້ນທາງດ່ວນ ທາຍງວຽນ-ເຈີ້ເມີຍ - ảnh 1
ພິທີເລີ່​ມລົງມືກໍ່ສ້າງ​ເສັ້ນທາງ​ດ່ວນ ​ທາ​ຍງວຽນ- ບັກ​ກ້ານ
ພາບ:chinhphu.vn


(vovworld)- ຕອນ​ເຊົ້າ​ວັນ​ທີ 7/9 ຢູ່ ​ເທດ​ສະບານ ​ແທນ​ບີ​ງ ​ເມືອງ ​ເຈີ້​ເມີຍ ​ແຂວງ ບັກ​ກ້ານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ປະກາດ​ຄຳ​ສັ່ັງ​​ເລີ່​ມລົງມືກໍ່ສ້າງ​ເສັ້ນທາງ​ດ່ວນ ​ທາ​ຍງວຽນ- ບັກ​ກ້ານ ​ແລະ​ຍົກ​ລະດັບ​, ​ເປີດ​ກວ້າງ​ທາງ​ຫລວງ​ ​ເລກ 3 ​ໂຄງການ​ດັ່ງກ່າວ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 2.750 ຕື້​ດົງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ພິ​ເສດ​ແມ່ນ​ຄົມມະນາຄົມ​ທາງບົກ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບາດກ້າວ​ບຸກທະລຸຍຸດ​ທະ​ສາດ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ໄວ, ໝັ້ນຄົງ. ນີ້​ແມ່ນ​ກິດ​ຈະ​ກຳ​ມີ​ຄວາມ​ໝາຍ​ຫລາຍ​ດ້ານ ນັບ​ທັງ​ເສດຖະກິດ,​ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ບໍ່​ພຽງ​ແຕ່​ສຳລັບ ​ທາຍ​ງວຽນ, ບັກ​ກ້ານ ​ເທົ່າ​ນັ້ນ ຫາກ​ຍັງ​ສຳລັບ​ທັງ​​ເຂດ​ພູດ​ອຍພາກ​ເຫນືອ ​ແລະ ທັງ​ປະ​ເທດ​ຫວຽດນາມ​ອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ