ເລີ່ມລົງມືກໍ່ສ້າງເສົາຫຼັກໝາຍເລກທີ41 ແລະ 43 ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ

ເລີ່ມລົງມືກໍ່ສ້າງເສົາຫຼັກໝາຍເລກທີ41 ແລະ 43 ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ - ảnh 1
ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ເສົາຫຼັກໝ​າຍ​​ຊາຍ​ແດນເລກ​ທີ 41  ແລະ 43

(vovworld) – ​​​​​ ວັນ​ທີ 6/3, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ດັກ​ລັກ, ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ກຳ​ລັງ​ຕຳຫຼວດ​ປ້ອງ​ກັນຊາຍ​ແດນ​ແຂວງ Mondulkiri, ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ​ເລີ່ມ​ລົງ​ມືກໍ່​ສ້າງ​ເສົາຫຼັກໝ​າຍ​​ຊາຍ​ແດນເລກ​ທີ 41  ແລະ 43. 2 ຫຼັກ​ໝາຍ​​ດັ່ງ​ກ່າວໄດ້​ຮັບ​ການກໍ່​ສ້າງ​ໃນ​ບໍ​ລິ​ເວນ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ Ea H’leo ແລະ ປ້ອມປ້ອງ​ກັນ​ຊາຍ​ແດນ Yok Mbre, ແຂວງ ດັກ​ລັກ. ການ​ລົງ​ມືກໍ່​ສ້າງ​ບັນ​ດາ​ເສົາຫຼັກ​ໝາຍຊາ​ຍ​ແດນນ​ີ້​ແມ່ນ​ເຫດ​ການ​ສຳ​ຄັນ, ສະ​ແດງ​ໃຫ້​ເຫັນ​ນຳ​້​ໃຈ​ສາ​ມັກ​ຄີ, ເຄົາ​ລົບ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ລະ​ຫວ່າງລັດ​ຖະ​ບານ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ພັນ​ເອກ ຟ້າມກວາງ​ຮູ່ງ, ຫົວ​ໜ້າ​ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ດັກ​ລັກ, ຢັ້ງ​ຢືນ​ວ່າ:

        “ແຕ່ນີ້​ຮອດ​ເດືອນ 6/2017, ແຂວງ ດັກ​ລັກ ແລະ ແຂວງ Mundulkiri ກໍ່​ຈະ​ສຳ​ເລັດ​ການ​ຂີດ​ເສັ້ນ, ປັກຫຼັກ​ໝາຍຊາຍ​ແດນ​ຕາມ​ຄະ​ນະ​ກຳ​ມະ​ການ​ຂີດ​​ເສັ້ນ, ປັກຫຼັກ​ໝາຍຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ. ເລື່ອງ​ຄ​ຸ້ມ​ຄອງ, ປ້ອງ​​ກັນຂອງ 2 ປະ​ເທດ​ຕ້ອງ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະ​ຫຍາຍ​ວຽກ​ງານ​ປ້ອງ​ກັນຫຼັກໝາຍເພື່ອກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ​ມິດ​ຕະ​ພາບ​”


ຂ່າວ/ບົດ​ອື່ນ