ເລີ່ມລົງມືກໍ່ສ້າງໂຄງການບູລະນະ, ຍົກລະດັບເສັ້ນທາງຫຼວງເລກ 1 ຕອນຮ່າໂນ້ຍ-ບັກຢາງ

ເລີ່ມລົງມືກໍ່ສ້າງໂຄງການບູລະນະ, ຍົກລະດັບເສັ້ນທາງຫຼວງເລກ 1 ຕອນຮ່າໂນ້ຍ-ບັກຢາງ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫວຽດນາມວູ້ດຶກດາມ 
ກ່າວຄຳເຫັນທີ່ພິທີເລີ່ມ ລົງມືກໍ່ສ້າງ
(ພາບ: baomoi)

(vovworld)- ຕອນ​ເຊົ້າ ວັນ​ທີ 22/2, ຢູ້​ແຂວງ​ບັກ​ຢາງ, ກະຊວງ​ຄົມມະນາຄົມ​ຂົນ​ສ່ົງຫວຽດນາມ​ໄດ້​ຈັດ​ພິທີ​​ເລີ່​ມລົງມື​ກໍ່ສ້າງ​ບູລະນະ, ຍົກ​ລະດັບ​ເສັ້ນທາງ​ຫຼວງ​ເລກ 1 ຕອນຮ່າ​ໂນ້ຍ-ບັກ​ຢາງ. ​ໂຄງການ​ລົງທຶນກໍ່ສ້າງບູລະນະ, ຍົກ​ລະດັບ​ເສັ້ນທາງ​ຫຼວງ​ເລກ 1 ຕອນ ຮ່າ​ໂນ້ຍ-ບັກ​ຢາງ​ໄດ້​ຮັບ​ການ​ປະຕິບັດ​ຄາມ​ຮູບ​ແບບ​ສັນຍາ BOT ດ້ວຍ​ຍອດ​ລວງ​ຄວາມ​ເກືອບ 46 ກິ​ໂລ​ແມດ ​ແລະ ມີ​ຍອດ​ເງິນ​ລົງທຶນ 4.200 ຕື້ກ່ວາດົງ. ຄາດວ່າໂຄງການຈະສຳເລັດການກໍ່ສ້າງໃນເດືອນ 8/2016. ກ່າວຄຳເຫັນທີ່ພິທີເລີ່ມ ລົງມືກໍ່ສ້າງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ສະເໜີບັນດານັກນັກປະມູນ, ບັນດາຫົວໜ່ວຍ ປະຕິບັດການກໍ່ສ້າງຈົ່ງ ນຳໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າເພື່ອສ້າງສຳເລັດບັນດາ ກິດຈະກຳຍ່ອຍ ຂອງໂຄງການໂດຍໄວ. ອຳນາດການປົກຄອງທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງຈົ່ງສົມທົບກັບ ບັນດາກະຊວງ, ຂະແໜງການຕ່າງໆເພື່ອສຳເລັດວຽກງານບຸກເບີກໜ້າພຽງ ໂດຍໄວ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ບັນດາ​ຄອບຄົວ​ຢູ່​ເຂດ​ປະຕິບັດ​ໂຄງການ. 

ຂ່າວ/ບົດ​ອື່ນ