ເລີ່ມລົງມືກໍ່ສ້າງໂຄງການພັດທະນາພື້ນໂຄງລ່າງເຂດອຸດສາຫະກຳເຕັກໂນໂລຊີສູງຮ່ວາຫຼາກ

ເລີ່ມລົງມືກໍ່ສ້າງໂຄງການພັດທະນາພື້ນໂຄງລ່າງເຂດອຸດສາຫະກຳເຕັກໂນໂລຊີສູງຮ່ວາຫຼາກ - ảnh 1
(ພິທີ​​​ເລີ່​ມລົງມື​ກໍ່ສ້າງ​ໂຄງການ​ພັດທະນາ​ພື້ນ​ໂຄງ​ລ່າງ
​ເຂດ​ອຸດສາ​ຫະກຳ​ເຕັກ​ໂນ​ໂລ​ຊີ​ສູງຮ່ວາ​ຫຼາກ)


​(vovworld) - ຕອນ​ເຊົ້າ​ວັນ​ທີ 26/06, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້ອອກ​ຄຳ​ສັ່ງ​​​ເລີ່​ມລົງມື​ກໍ່ສ້າງ​ໂຄງການ​ພັດທະນາ​ພື້ນ​ໂຄງ​ລ່າງ​ເຂດ​ອຸດສາ​ຫະກຳ​ເຕັກ​ໂນ​ໂລ​ຊີ​ສູງຮ່ວາ​ຫຼາກ. ​ໂຄງການ​​ພັດທະນາ​ພື້ນ​ໂຄງ​ລ່າງ​ເຂດ​ອຸດສາ​ຫະກຳ​ເຕັກ​ໂນ​ໂລ​ຊີ​ສູງຮ່ວາ​ຫຼາກ ດ້ວຍ​ຍອດ​ເງິນ​ລົງທຶນ​ປະມານ 450 ລ້ານ USD ຈາກ​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາທາງ​ການ (ODA) ຂອງ​ຍີ່ປຸ່ນ ​ແລະ ທຶນ​ສົມທົບ​ຂອງ​ຫວຽດນາມ. ກ່າວຄຳ​ເຫັນ​ທີ່​ພິທີ​ເລີ່​ມລົງມື​ກໍ່ສ້າງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ: ພັກ, ລັດ​ ​ໄດ້ກຳນົດວ່າ ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ພ້ອມ​ກັບ​ການ​ສຶກສາ​ບຳ​ລຸງ​ສ້າງ, ​ໂດຍ​ສະ​ເພາະ​ແມ່ນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ແມ່ນ​ນະ​ໂຍບາຍ​ອັນ​ດັບ​ໜຶ່ງ​ຂອງ​ຊາດ, ​ແມ່ນ​ໜຶ່ງ​ໃນ 3 ຂອດ​ບຸກທະລຸ ​ເພື່ອ​ຍູ້​ແຮງ​ລະດັບ​ຫັນ​ເປັນ​ອຸດສາ​ຫະກຳ, ທັນ​ສະ​ໄໝ, ຖື​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແມ່ນ​ກຳລັງ​ໜູນ, ​ແມ່ນ​ພື້ນຖານ​ຂອງ​ການ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

  “​ມື້ນີ້, ພວກ​​ເຮົາ​ເລີ່​ມລົງມື​ກໍ່ສ້າງ​ໂຄງການ​ພັດທະນາ​ພື້ນ​ໂຄງ​ລ່າງ​ເຂດ​ອຸດສາ​ຫະກຳ​ເຕັກ​ໂນ​ໂລ​ຊີ​ສູງຮ່ວາ​ຫຼາກຢ່າງ​ຄົບ​ຊຸດ. ນີ້​ແມ່ນ​ເງື່ອ​ນ​ໄຂ​ສຳຄັນ​ເພື່ອ​ໃຫ້​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ ຮ່ວາ​ຫຼາກ ພັດທະນາ​ຢ່າງ​ໄວ ​ແລະ ມີ​ປະສິດທິ​ຜົນ​ກວ່າ. ອາດ​ເວົ້າ​ໄດ້​ວ່າ, ຮອດ​ຕົ້ນ​ປີ 2018 ຈະ​ນຳ​ບັນດາ​ກິດຈະກຳ​ນີ້​ເຂົ້າ​ເຄື່ອນ​ໄຫວ, ​ເວລາ​ນັ້ນ​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ​ຮ່ວາ​ຫຼາກ ຈະ​​ໂສມໜ້າ​ໃໝ່, ມີ​ເງື່ອນ​ໄຂ​ເພື່ອພັດທະນາ​ຢ່າງ​ກະ​ໂດດ​ຂັ້ນ”

ຂ່າວ/ບົດ​ອື່ນ