ເລີ່ມລົງມືກໍ່ສ້າງໂຄງການລົງທຶນໂຮງຮຽນປະຖົມແລະມັດທະຍົມຕອນຕົ້ນຫວໍ້ງວຽນຢາບ

ເລີ່ມລົງມືກໍ່ສ້າງໂຄງການລົງທຶນໂຮງຮຽນປະຖົມແລະມັດທະຍົມຕອນຕົ້ນຫວໍ້ງວຽນຢາບ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 16/2, ຢູ່​​ຕາ​ແສງ ​ເມື່ອ​ງຟັງ, ​ເມືອງ​ດ້ຽນບຽນ, ​ແຂວງ ດ້ຽນບຽນ, ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ແຂວງ ດ້ຽນບຽນ ​ໄດ້​ຈັດ​ຕັ້ງ​ພິທີ​​ເລີ່​ມລົງມື​ກໍ່ສ້າງ, ຍົກ​ລະດັບ​ໂຮງຮຽນ​ປະຖົມ ​ແລະ ​ມັດທະຍົມຕອນ​ຕົ້ນ ຫວໍ​ງວຽນ​ຢາ​ບ. ​ໂຄງການ​ມີ​ຍອດ​ເງິນ​ລົງທຶນ 10 ຕື້​ດົ່ງ​ໂດຍ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ລົງທຶນ ​ແລະ ພັດທະນາ ຫວຽ​ດນາມ ອຸປະຖຳ. ກິດຈະກຳ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ກໍ່ສ້າງ​ເພີ່ມ​ເຕີມ​ຢູ່​ໂຮງຮຽນ ປະຖົມ ​ແລະ ມັດທະຍົມ​ຕອນ​ຕົ້ນ ຫວໍ້​ງວຽນ​ຢາ​ບ ຢູ່ ຕາ​ແສງ ​​ເມື່ອ​ງຟັງ, ​ເມືອງ​ດ້ຽນບຽນ.

    ນີ້​ແມ່ນ​ກິດຈະກຳ​ຂຳ່ນັບ​ຮັບ​ຕ້ອນ​ການສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ. ​ເມື່ອ​ນຳ​​ເຂົ້າ​ເຄື່ອນ​ໄຫວ, ໂຮງຮຽນ ປະຖົມ ​ແລະ ມັດທະຍົມ​ຕອນ​ຕົ້ນ ຫວໍ້​ງວຽນ​ຢາ​ບ  ມີ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ສົມບູນ, ຮັບປະກັນ​ມາດຖານ​ແຫ່ງ​ຊາດ​ຕາມ​ການກຳນົດ​ຂອງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ.

ຂ່າວ/ບົດ​ອື່ນ