ເລີ່ມ​ສັກວັກ​ຊິນກັນ​ໂຄວິດ - 19 ຊະ​ນິດທີ 2 ຂອງ ຫວຽດ​ນາມ

(VOVWORLD) -ປັດຈຸບັນ, ກຸ່ມຄົ້ນຄ້ວາ ໄດ້ຮັບສະໝັກຜູ້ເຂົ້າຮ່ວມການທົດລອງສັກວັກຊິນ COVIVAC ຄົບ 120 ຄົນ ໃຫ້ແກ່ໄລຍະທຳອິດ, ລວມມີ 30 ຄົນໃນແຕ່ລະເກນອາຍຸ (18 – 30 ປີ ແລະ 40 – 59 ປີ) ແລະ ມີທັງຊາຍ ແລະ ຍິງ.
ເລີ່ມ​ສັກວັກ​ຊິນກັນ​ໂຄວິດ - 19 ຊະ​ນິດທີ 2 ຂອງ ຫວຽດ​ນາມ - ảnh 1ຜູ້ອາສາສະໝັກຈົດທະບຽບທົດລອງການສັກວັກຊິນ (ພາບ: cand.com.vn)

        ຕອນເຊົ້າວັນທີ 15 ມີນາ, ບັນດາຜູ້ອາສາສະໝັກ ທຳອິດ ໄດ້ຮັບການສັກວັກຊິນ COVIVAC - ເຊິ່ງແມ່ນວັນຊິນກັນພະຍາດໂຄວິດ - 19 ຊະນິດທີ 2 ທີ່ໄດ້ຮັບການຄົ້ນຄ້ວາ ແລະ ຜະລິດຢູ່ ຫວຽດນາມ. ກຸ່ມ 6 ຄົນທຳອິດເຂົ້າຮ່ວມການສັກວັກຊິນມີທັງຍິງ ແລະ ຊາຍ. ການສັກວັກຊິນກັນໂຄວິດ - 19 ໄດ້ປະຕິບັດຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ, ໂດຍສະຖາບັນອະນາໄມລະບາດວິທະຍາສູນກາງ ສວມບົດບາດທົດລອງຕົ້ນຕໍ.

        ປັດຈຸບັນ, ກຸ່ມຄົ້ນຄ້ວາ ໄດ້ຮັກສະໝັກຜູ້ເຂົ້າຮ່ວມການທົດລອງສັກວັກຊິນ COVIVAC ຄົບ 120 ຄົນ ໃຫ້ແກ່ໄລຍະທຳອິດ, ລວມມີ 30 ຄົນໃນແຕ່ລະເກນອາຍຸ (18 – 30 ປີ ແລະ 40 – 59 ປີ) ແລະ ມີທັງຊາຍ ແລະ ຍິງ.

        ຄາດວ່າ, ພາຍຫຼັງສຳເລັດການສັກທົດລອງໃຫ້ແກ່ກຸ່ມຄົນທຳອິດນີ້, ກຸ່ມຄົ້ນຄ້ວາຈະສັກໃຫ້ແກ່ກຸ່ມທີ 2 ໃນວັນທີ 24 ມີນາ. ບັນດານັກຊ່ຽວຊານຈະຕິດຕາມອາການຄວາມປອດໄພໃນເວລາ 8 ມື້ ພາຍຫຼັງສັກວັກຊິນເຂັມທີ 1 ສຳລັບກຸ່ມຄົນທຳອິດເພື່ອຕີລາຄາ, ພິຈາລະນາ ການທົດລອງມີບັນຫາໃດທີ່ເປັນໜ້າກັງວົນຫຼືບໍ່. ຖ້າຫາກວ່າທຸກສິ່ງທຸກຢ່າງລ້ວນແຕ່ຢູ່ໃນຂອບເຂດການຄວບຄຸມ, ວັກຊິນຊະນິດໃໝ່ນີ້ຈະໄດ້ນຳໃຊ້ສຳລັບກຸ່ມຄົນຕໍ່ໄປ.ທ່ານ ເຈິ່ນວັນທວ໊ນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງຕໍ່ຜົນສຳເລັດຂອງວັກຊິນ ຊະນິດນີ້ ຍ້ອນວ່າ ວັກຊິນຊະນິດນີ້ ໄດ້ຜະລິດຈາກຄວາມສຸດຈິດສຸດໃຈຂອງບັນດານັກວິທະຍາສາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ການຄົ້ນຄ້ວາທົດລອງຕໍ່ຄົນຢູ່ ຫວຽດນາມ, ອິນເດຍ, ອາເມລິກາ ບໍ່ພຽງແຕ່ສະແດງໃຫ້ເຫັນປະສິດທິຜົນໃນການກັນໂຄວິດ - 19 ສຳລັບເຊື້ອໄວຣັດ SARS CoV- 2 ຊະນິດປົກກະຕິ ເທົ່ານັ້ນ ຫາກຍັງສຳລັບເຊື້ອໄວຣັດ SARS CoV- 2 ຊະນິດໃໝ່ຢູ່ ອັງກິດ ແລະ ອາບຟຼິກກາໃຕ້ ອີກດ້ວຍ. ຖ້າຫາກວ່າສຳເລັດ, ພ້ອມກັບ Nanogen ແລະ Vabiotech, ພວກເຮົາອາດສາມາດເປັນເຈົ້າແຫຼ່ງວັກຊິນ ພາຍໃນປະເທດ, ຊ້ຳບໍ່ໜຳມຸ່ງໄປເຖິງການສົ່ງອອກໄປຍັງຕ່າງປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ