ເລີ່ມຮັບບົດເຂົ້າຮ່ວມການເສັງຂຽນຈົດໝາຍສາກົນUPU45ຜ່ານໄປສະນີຢ່າງເປັນທາງການ

ເລີ່ມຮັບບົດເຂົ້າຮ່ວມການເສັງຂຽນຈົດໝາຍສາກົນUPU45ຜ່ານໄປສະນີຢ່າງເປັນທາງການ - ảnh 1
(ພາບປະກອບ)

(vovworld) – ​ແຕ່​ວັນ​ທີ 09/10, ຄະນະ​ຈັດ​ຕັ້ງ​ການ​ເສັງ​ຂຽນ​ຈົດໝາຍ​ສາກົນ UPU 45 ປີ 2016 ​ເລີ່​ມຮັບ​ບົດ​ເສັງ​ຜ່ານໄປ​ສະ​ນີ​​​ເຖິງ​ໜັງສືພິມ ທຽວ​ນຽນ​ຕ່ຽນຟ້ອງ (ກະບອກ​ສຽງ​ຂອງ​ເຍົາວະ​ຊົນຫວຽດນາມ), ​ເຮືອນ​ເລກທີ 5, ຖະໜົມ​ຮ່ວາ​ມ້າ, ຮ​່າ​ໂນ້ຍ ຢ່າງ​ເປັນ​ທາງ​ການ. ການ​​ເສັງ​ຂຽນ​ຈົດໝາຍ​ສາກົນ UPU 45 ມີ​ຫົວ​ຂໍ້​ວ່າ: ​ຂຽນ​ຈົດໝາຍ​ໃຫ້​ແກ່​ຕົນ​ເອງ​ເມື່ອ​ຮອດ​ອາຍຸ 45 ປີ. ຫົວ​ຂໍ້​ຂອງ​ປີ​ນີ້​ຕິດ​ພັນ​ກັບ​ເລື່ອງ ປີ 2016 UPU ​ຈັດ​ພິທີ​ສະ​ເຫຼີມສະຫຼອງ 45 ປີ​ແຫ່ງ​ວັນ​ຈັດ​ຕັ້ງ​ການ​ເສັງຂຽນ​ຈົດ​ໝາຍສາ​ກົນ. ຕາມ​ກົດ​ລະບຽບຂອງ​ການ​ເສັງ, ນັກຮຽນ​ຫວຽດນາມ ​​ໃນ​​ເກັນ​ອາຍຸ​ແຕ່ 10 – 15 ປີ​ລົງມາ, ສົກຮຽນ 2015 – 2016 ລ້ວນ​ແຕ່​ເຂົ້າ​ຮ່ວມການ​ເສັງ​ໄດ້. ບົດ​ເສັງ​ຍາວ​ບໍ່​ເກີນ 800 ສັບ, ຂຽນ​ດ້ວຍ​ມືໃຫ້ໄດ້ໜຶ່ງ​ໜ້າ​​ເຈ້ຍ A4 ຕາມ​​ແບບ​ວັນນະຄະດີລອຍ. ບັນດາ​ບົດ​ເສັງ​ດ້ວຍ​ພາສາ​ຕ່າງປະ​ເທດຕ້ອງ​ແປເປັນ​ພາສາ​ຫວຽດ ຕິດພ້ອມ.

ຂ່າວ/ບົດ​ອື່ນ