ເລີ່ມ​ເຄື່ອນ​ໄຫວ​ຂໍ້​ລິ​ເລີ່ມ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ແມ່​ນ້ຳ​ຂອງ

(VOVWORLD) - ຂໍ້ລິເລີ່ມ MII ຈະຊ່ວຍຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນຂອງທັກສະດີຈີຕອນໃນພື້ນຖານເສດຖະກິດຂອງ ຫວຽດນາມ ໂດຍຜ່ານການບຳລຸງໃຫ້ສຳມະນາກອນ 500 ຄົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກ່ຽວກັບທັກສະຫັນເປັນດີຈີຕອນ ແລະ ການຄ້າເອເລັກໂຕນິກ, ຜ່ານນັ້ນເປີດໂອກາດວຽກເຮັດງານທຳໃຫ້ແກ່ແຮງງານ.
ເລີ່ມ​ເຄື່ອນ​ໄຫວ​ຂໍ້​ລິ​ເລີ່ມ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ແມ່​ນ້ຳ​ຂອງ - ảnh 1ພິທີເລີ່ມຜັນຂະຫຍາຍຂໍ້ລິເລີ່ມປ່ຽນແປງໃໝ່ປະດິດຄິດສ້າງ ແມ່ນ້ຳຂອງ (ພາບ: USAID)

ວັນທີ 05 ເມສາ, ອົງການພັດທະນາສາກົນ ອາເມລິກາ (USAID) ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ພ້ອມກັນເລີ່ມຜັນຂະຫຍາຍຂໍ້ລິເລີ່ມປ່ຽນແປງໃໝ່ປະດິດຄິດສ້າງ ແມ່ນ້ຳຂອງ (MII) ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ຊຸກຍູ້ພື້ນຖານເສດຖະກິດດີຈີຕອນ ແລະ ການປະຕິວັດອຸດສາຫະກຳເທື່ອທີ 4 ໂດຍຜ່ານການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ຂະຫຍັນຂັນເຄື່ອນກວ່າ ແລະ ກຽມພ້ອມຫັນເປັນດີຈີຕອນ, ພ້ອມທັງປຸກລະດົມ ແລະ ເຊື່ອມຕໍ່ບັນດາແຫຼ່ງກຳລັງເພື່ອໜູນຊ່ວຍການປ່ຽນແປງໃໝ່ປະດິດຄິດສ້າງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

    ຂໍ້ລິເລີ່ມ MII ຈະຊ່ວຍຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນຂອງທັກສະດີຈີຕອນໃນພື້ນຖານເສດຖະກິດຂອງ ຫວຽດນາມ ໂດຍຜ່ານການບຳລຸງໃຫ້ສຳມະນາກອນ 500 ຄົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກ່ຽວກັບທັກສະຫັນເປັນດີຈີຕອນ ແລະ ການຄ້າເອເລັກໂຕນິກ, ຜ່ານນັ້ນເປີດໂອກາດວຽກເຮັດງານທຳໃຫ້ແກ່ແຮງງານ.


 

ຕອບກັບ

ຂ່າວ/ບົດ​ອື່ນ