ເລີ່ມເຄື່ອນໄຫວຂະບວນການ “ຂ້ອຍຮັກປະເທດຂ້ອຍ” ປີ 2020 ຢູ່ແຂວງ ກ໋ວາງຈີ້

(VOVWORLD) -  ຕອນເຊົ້າວັນທີ 29 ເມສາ, ທີ່ເຂດປູຊະນີຍະສະຖານລະດັບຊາດພິເສດ 2 ຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ໊ນຫາຍ, ແຂວງ ກ໋ວາງຈີ້, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ເລີ່ມດຳເນີນການເຄື່ອນໄຫວຂະບວນການ "ຂ້ອຍຮັກປະເທດຂ້ອຍ" ປີ 2020. 
ເລີ່ມເຄື່ອນໄຫວຂະບວນການ “ຂ້ອຍຮັກປະເທດຂ້ອຍ” ປີ 2020 ຢູ່ແຂວງ ກ໋ວາງຈີ້ - ảnh 1 ເລີ່ມເຄື່ອນໄຫວຂະບວນການ “ຂ້ອຍຮັກປະເທດຂ້ອຍ” ປີ 2020 ຢູ່ແຂວງ ກ໋ວາງຈີ້ 

ນີ້ແມ່ນການເຄື່ອນໄຫວທີໜຶ່ງ ໃນຈຳນວນ 4 ການເຄື່ອນໄຫວຂອງຂະບວນການ "ຂ້ອຍຮັກປະເທດຂ້ອຍ" ປີ 2020 ເຊິ່ງດຳເນີນໃນລະຫວ່າງວັນທີ 29 ເມສາ - 15 ພຶດສະພາ ໃນທົ່ວປະເທດ. ນາງ ຟານທິເຫ້ວ, ຢູ່ຕາແສງ ຈູງຢາງ, ເມືອງ ຢໍລິງ, ແຂວງ ກ໋ວາງຈີ້ ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວໃຫ້ຮູ້ວ່າ:

        “ເມື່ອໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄືດັ່ງກ່າວ, ໄວໜຸ່ມພວກຂ້າພະເຈົ້າມີຄວາມກະຕືລືລົ້ນ ໄດ້ສະແດງຈິດໃຈຄວາມຮູ້ບຸນຄຸນຂອງຕົນທີ່ມີຕໍ່ບັນດາຜູ້ມີຄຸນງາມຄວາມດີ ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ, ພິເສດແມ່ນແມ່ຫວຽດນາມວິລະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ