ເລີ່ມເຄື່ອນໄຫວປີອາສາສະໝັກແຫ່ງຊາດ 2019

(VOVWORLD) -  ໃນລະຫວ່າງວັນທີ 18 – 19 ມັງກອນ, ຢູ່ແຂວງ ອານຢາງ, ສູນກາງຄະນະຊາວໜຸ່ມ ໂຮ່ຈີມິນ ໄດ້ເລີ່ມເຄື່ອນໄຫວ “ປີຊາວໜຸ່ມອາສາສະໝັກ” ແລະ ປຸກລະດົມໂຄງການເດືອນ ມີນາ ເພື່ອຊາຍແດນ.
ເລີ່ມເຄື່ອນໄຫວປີອາສາສະໝັກແຫ່ງຊາດ 2019 - ảnh 1ເລີ່ມເຄື່ອນໄຫວ “ປີຊາວໜຸ່ມອາສາສະໝັກ” ແລະ ປຸກລະດົມໂຄງການເດືອນ ມີນາ ເພື່ອຊາຍແດນ (ພາບ: tienphong.vn) 

ເຂົ້າຮ່ວມພິທີປຸກລະດົມລາຍການລະດູບານໃໝ່ຢູ່ເຂດຊາຍແດນ, ພ້ອມທັງເລີ່ມເຄື່ອນໄຫວປີອາສາສະໝັກແຫ່ງຊາດ ແລະ ໂຄງການເດືອນ ມີນາ ເພື່ອຊາຍແດນໃນວັນທີ 19 ມັງກອນ, ທ່ານ ຫງວຽນແອງຕ໊ວນ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ຮູ້ວ່າ: ປີນີ້, ສູນກາງຊາວໜຸ່ມໄດ້ຈັດຕັ້ງລາຍການລະດູບານໃໝ່ຢູ່ເຂດຊາຍແດນຢູ່ບັນດາເຂດຕິດກັບຊາຍແດນບັນດາປະເທດຄື: ຈີນ, ລາວ, ກຳປູເຈຍ. ທ່ານເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມ ຫງວຽນແອງຕ໊ວນ ຮຽກຮ້ອງວ່າ: ຄະນະຊາວໜຸ່ມແຕ່ລະຄະນະຄວນເສີມຂະຫຍາຍບົດບາດປະຈັນບານ, ອາສາສະໝັກ, ນຳໜ້າຂອງໄວໜຸ່ມ; ສະມາຊິກຊາວໜຸ່ມ, ຊາວໜຸ່ມແຕ່ລະຄົນຕ້ອງເປັນເຈົ້າການເລືອກເຟັ້ນ, ຈົດທະບຽນວຽກງານອາສາສະໝັກ ເຊິ່ງໃນນັ້ນ ສະແດງໃຫ້ເຫັນແນວຄວາມຄິດປະດິດຄິດສ້າງ, ປ່ຽນແປງໃໝ່ໃນວິທີການປະຕິບັດ.

        ພາຍຫລັງພິທີເລີ່ມເຄື່ອນໄຫວປີອາສາສະໝັກແຫ່ງຊາດ ແລະ ໂຄງການເດືອນ ມີນາ ຊາຍແດນ, ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມໄດ້ປະຕິບັດບັນດາກິດຈະກຳ, ວຽກງານອາສາສະໝັກທີ່ມີຄວາມໝາຍຄື: ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ຄົນທຸກຍາກຢູ່ເມືອງ ຕີ້ງບຽນ (ແຂວງ ອານຢາງ) 300 ຄົນ ແລະ ປູກຕົ້ນໄມ້ 50 ຕົ້ນ…

ຕອບກັບ

ຂ່າວ/ບົດ​ອື່ນ