ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມ ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ຕະ​ລຸມບອນ​ສະ​ໝັກ​ໃຈ​​ເພື່ອ​ຊີ​ວິດ​ວົງ​ຄະ​ນະ​ຍາດ”

(VOVWORLD) - ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຄົບຮອບ 93 ປີ (26/3/1931 - 26/3/2024), ວັນທີ 24 ກຸມພາ, ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ໄດ້ດຳເນີນພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມດ້ວຍຫົວຂໍ້ “ຊາວໜຸ່ມ ຕະລຸມບອນສະໝັກໃຈເພື່ອຊີວິດວົງຄະນະຍາດ”.
ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມ ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ຕະ​ລຸມບອນ​ສະ​ໝັກ​ໃຈ​​ເພື່ອ​ຊີ​ວິດ​ວົງ​ຄະ​ນະ​ຍາດ” - ảnh 1ພິທີເລີ່ມເຄື່ອນໄຫວໂຄງການ “ປັນຍາຊົນວິທະຍາຊາດໜຸ່ມອາສາສະໝັກນະຄອນ ໂຮ່ຈີມິນ” ຄັ້ງທີ 15 ປີ 2024 (ພາບ: ຫວູເຮື່ອງ)

ຢູ່ນະຄອນ ໂຮ່ຈີມິນ, ເດືອນຊາວໜຸ່ມປີ 2024 ໄດ້ດຳເນີນແຕ່ວັນທີ 24 ກຸມພາ - 31 ມີນາ, ດ້ວຍຫຼາຍເນື້ອໃນ, ກິດຈະກຳ, ໜ້າວຽກທີ່ແທດຈິງ, ມີຄວາມໝາຍ ເຊັ່ນ: ປະຕິບັດ 7 ກິດຈະກຳຊາວໜຸ່ມ; ຜັນຂະຫຍາຍບັນດາການເຄື່ອນໄຫວຊ່ວຍເຫຼືອຊາວໜຸ່ມ, ເຍົາວະຊົນ 25.000 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19; ຈັດພິທີເລີ່ມເຄື່ອນໄຫວໂຄງການ “ປັນຍາຊົນວິທະຍາຊາດໜຸ່ມອາສາສະໝັກນະຄອນ ໂຮ່ຈີມິນ” ຄັ້ງທີ 15 ປີ 2024 ດ້ວຍ 30 ກຸ່ມປັນຍາຊົນໜຸ່ມອາສາສະໝັກ.

ກໍໃນວັນທີ 24 ກຸມພາ, ຄະນະປະຈຳຄະນະຊາວໜຸ່ມນະຄອນ ຫາຍຟ່ອງ ກໍໄດ້ຈັດພິທີ “ເລີ່ມເຄື່ອນໄຫວເດືອນຊາວໜຸ່ມ ປີ 2024 ດ້ວຍເກືອບ 150 ກິດຈະກຳ, ໃນນັ້ນ, ໄດ້ສຸມໃສ່ການປະຕິບັດບັນດາກິດຈະກຳ, ວຽກງານທີ່ໝູນໃຊ້ເຕັກໂນໂລຢີໃໝ່, ເຂົ້າຮ່ວມວິວັດທະນາການຫັນເປັນດີຈີຕອນ, ສະໝັກໃຈຮັບປະກັນການໜູນຊ່ວຍສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ໃນເດືອນຊາວໜຸ່ມປີ 2024 ນີ້, ຄະນະຊາວໜຸ່ມແຂວງ ກອນຕຸມ ກໍໄດ້ສຸມໃສ່ຜັນຂະຫຍາຍ 3 ເນື້ອໃນຕົ້ນຕໍ: ໂຄສະນາ, ສຶກສາກ່ຽວກັບມູນເຊື້ອຂອງໄວໜຸ່ມ ຫວຽດນາມ ແລະ ຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ; ຈັດບັນດາການເຄື່ອນໄຫວເບິ່ງແຍງດູແລ, ຮ່ວມເດີນທາງ ແລະ ເສີມຂະຫຍາຍກຳລັງແຮງຊາວໜຸ່ມ; ກໍ່ສ້າງຄະນະຊາວໜຸ່ມໝັ້ນຄົງເຂັ້ມແຂງ, ເປີດກວ້າງແນວໂຮມສາມັກຄີເຕົ້າໂຮມຊາວໜຸ່ມ ແລະ ເຂົ້າຮ່ວມການກໍ່ສ້າງພັກ, ລະບົບການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ