ເລີ່ມເຄື່ອນໄຫວເດືອນຊາວໜຸ່ມປີ2015

ເລີ່ມເຄື່ອນໄຫວເດືອນຊາວໜຸ່ມປີ2015 - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ເຂົ້າ​ຮ່ວມ​ພິ​ທີ

(vovworld) – ຕອນ​ເຊົ້າ​ວັນ​ທີ 28/2, ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ກິມ​ບີ່ງ, ບ້ານ ບໍ໋​ກ​ູ່ງ, ຕາ​ແສງ ກິມ​ບີ່ງ, ເມືອງ ຈຽມ​ຮ່ວາ, ແຂ​ວງ ຕວຽນ​ກວາງ, ສູນ​ກາງ​ຊາວ​ໜຸ່ມ ກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ພິ​ທີ​ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມ​ ແລະ ງານ​ບຸນ​ປູກ​ຕົ້ນ​ໄມ້​ປີ 2015.

        ກ່າວ​ຄຳ​ເຫັນ​ເລີ່ມ​ເຄື່ອນ​ໄຫວ​ເດືອນຊາວ​ໜຸ່ມ​ ແລະ ງານ​ບຸນ​ປູກ​ຕົ້ນ​ໄມ້​ປີ 2015, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ກຳ​ລັງ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜ​ຸ່ມ​ສືບ​ຕໍ່​ເສີ​ມ​ຂະ​ຫຍາຍ, ສືບ​ຕໍ່​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາວ​ໜຸ່​ມ​ລຸ້ນ​ຕ່າງໆ​ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້ນັບ​ມື້​ນັບ​ຮັ່ງ​ມີ, ​ເຂັ້ມ​ແຂງ, ພັດ​ທະ​ນາ.

        ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ເຄື່ອນ​ໄຫວ​ເດືອນ ຊາວ​ໜຸ່ມ​ ແລະ ງານ​ບຸນ​ປູກ​ຕົ້ນ​ໄມ້​ປີ 2015, ອ້າຍ ດັ້ງ​ງອກ​ຊາງ, ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ຈຽມ​ຮ໋​ວາ, ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ປູກ​ຕົ້ນ​ໄມ້​ໂດຍ​ສູນ​ກາງ​ຊາວ​ໜຸ່ມ​ຈັດ​ຕັ້ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍແທດ​ຈິງ ເພື່ອ​ອາ​ໄລ​ຫາ​ພິ​ທີ​ປຸກ​ລະ​ດົມ​​ປູກ​ຕົ້ນ​ໄມ້ປະ​ຈຳ​ປີ​ໂດຍ​ປະ​ທານ ໂຮ່​ຈີ​ມິນ ປຸກ​ລະ​ດົມ.”


ຂ່າວ/ບົດ​ອື່ນ