ເລີ່ມເປີດສາກບັນດາການເຄື່ອນໄຫວໃຫ້ແກ່ງານບຸນວິຫານຮຸ່ງ 2019

(VOVWORLD) -ການສະແດງຂັບ ຊວານ 3 ລຸ່ນຄົນ ແລະ ງານມະໂຫລານຂັບ ຊວານ ຊາວໜຸ່ມເຍົາວະຊົນອະນຸຊົນ ນະຄອນຫວຽດຈີ່ ຄັ້ງທີ 6, ດຳເນີນໃນວັນທີ 05 ເມສາ, ທີ່ເວທີສະແດງຢູ່ສວນສາທາລະນະວັນລາງ, ນະຄອນຫວຽດຈີ່, ແຂວງຝູເທາະ.

ນີ້ໄດ້ຖືວ່າແມ່ນໜຶ່ງໃນບັນດາການເຄື່ອນໄຫວເປີດສາກໃຫ້ແກ່ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ປີກຸນ 2019. ມີນັກສິລະປີນຂັບ ຊວານ ແລະ ນັກຮຽນຢູ່ໂຮງຮຽນປະຖົມ ຢາເກິ໋ມ, ໂຮງຮຽນຕອນປາຍ ຫວຽດຈີ່, ຜູ້ຕາງໜ້າໃຫ້ 3 ລຸ່ນຄົນໄດ້ເຂົ້າຮ່ວມການສະແດງ.

        ການຈັດຕັ້ງລາຍການສະແດງຂັບ ຊວານ ແມ່ນເພື່ອແນໃສ່ເຊີດຊູມໍລະດົກວັດທະນະທຳເຂດດິນແດນບັນພະບູລຸດ; ໂຄສະນາມໍລະດົກ “ຂັບຊວານ ຝູເທາະ” ເຖິງປະຊາຊົນເປັນຈຳນວນຫຼາຍ, ເປັນການຢືນຢັນການຖ່າຍຖອດຂອງບັນດານັກສິລະປີນຂັບຊວານ ເຖິງລຸ່ນຄົນຕໍ່ໆໄປ, ເຮັດໃຫ້ຂັບຊວານ ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງໃນຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ