ເລື່​ອງ ຈີນ ຊ້ອມ​ຮົບ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ ຂອງ ຫວຽດ​ນາມ

(VOVWORLD) - ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນທຸກການກະທຳຢູ່ໝູ່ເກາະ ຮວ່າງຊາ ແລະ ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ໂດຍບໍ່ໄດ້ຮັບການອະນຸຍາດຈາກຝ່າຍ ຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະດັ່ງກ່າວ.
ເລື່​ອງ ຈີນ ຊ້ອມ​ຮົບ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ ຂອງ ຫວຽດ​ນາມ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: vtv.vn)

        ວັນທີ 31 ສິງຫາ, ເມື່ອຕອບສຳພາດຕໍ່ສື່ມວນຊົນ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ຈີນ ໃຫ້ຂ່າວກ່ຽວກັບເລື່ອງປະເທດນີ້ດຳເນີນການຊ້ອມຮົບ, ຍິງລູກສອນໄຟຢູ່ທະເລຕາເວັນອອກ, ໃນນັ້ນ ມີໝູ່ເກາະ ຮວ່າງຊາ ແລະ ໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບເລື່ອງ ຈີນ ຊ້ອມຮົບຢູ່ເຂດທະເລຕາເວັນອອກ ແມ່ນໄດ້ຍົກອອກມາໃນບົດກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດໃນວັນທີ 26 ສິງຫາ 2020. ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນທຸກການກະທຳຢູ່ໝູ່ເກາະ ຮວ່າງຊາ ແລະ ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ໂດຍບໍ່ໄດ້ຮັບການອະນຸຍາດຈາກຝ່າຍ ຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະດັ່ງກ່າວ, ເຊິ່ງເປັນການກະທຳບໍ່ເປັນປະໂຫຍດຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ ແລະ ສິດເສລີໃນການບິນ ແລະ ການເດີນເຮືອ ຢູ່ທະເລຕາເວັນອອກ.


ຕອບກັບ

ຂ່າວ/ບົດ​ອື່ນ