ເລື່ອງຈີນກໍ່ຄວາມດັນຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງເພື່ອປະຕິບັດທັດສະນະຂອງຕົນແມ່ນບໍ່ສາມາດຮັບຮູ້ໄດ້

ເລື່ອງຈີນກໍ່ຄວາມດັນຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງເພື່ອປະຕິບັດທັດສະນະຂອງຕົນແມ່ນບໍ່ສາມາດຮັບຮູ້ໄດ້ - ảnh 1
ເພື່ອນມິດມິດຕະພາບກັບ ຫວຽດນາມ ເດີນຂະບວນຄັດຄ້ານການກະທຳຂອງ ຈີນ
(ພາບ: TTXVN)

(vovworld) – ເລື່ອງ​ຈີນ​ກໍ່​ຄວາມດັນຕໍ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເພື່ອ​ປະຕິບັດ​ທັດສະນະ​ຂອງ​ຕົນ​ແມ່ນ​ບໍ່​ສາມາດ​ຮັບ​ຮູ້​ໄດ້ - ນີ້​ແມ່ນ​ໜຶ່ງ​ໃນ​ບັນດາເນື້ອ​ໃນ​ຂອງ​ມະຕິ​ໂດຍ​ສະມາຄົມ​ມິດ​ຕະພາບກັບ ຫວຽດນາມ ຢູ່ ​ເອີ​ລົບ ປະກາດ​ໃຊ້​ໃນ​ວັນ​ທີ 30/6, ​ເພື່ອ​ຄັດຄ້ານ ຈີນ. ຕາມ​ນັ້ນ​​ແລ້ວ, ບັນດາ​ສະມາຄົມ​ມິດຕະພາບ ກັບ ຫວຽດນາມ ຢູ່ ຝຣັ່ງ, ​ເຢຍລະ​ມັນ​, ສະ​ວິດ, ​ແອດ​ສະ​ປາຍ, ​ອັງກິດ ​ແລະ ​ແດນ​ມາກ, ຄະນະ​ກຳມະການ​ສາມັກຄີ​ ​ຊູ​ແອດ ກັບ ຫວຽດນາມ, ລາວ, ກຳປູ​ເຈຍ ​ແລະ ສູນ​ຄົ້ນ​ຄ້ວາ ຫວຽດນາມ ຢູ່ ອີ​ຕາ​ລີ ຊີ້​ແຈ້ງ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ເລື່ອງກຳນົດ​ຜືນ​ແຜ່ນດິນ ​ແລະ ອະທິປະ​ໄຕ​ສຳລັບໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢ່າງ​ຊັດ​ເຈນ ​ແລະ ​ຖື​ວ່າ: ບໍ່​ສາມາດ​ແກ້​ໄຂ​ດ້ວຍ​ບັນດາ​ການ​ກະທຳ​ເກາະຜິດ, ການ​ໃຊ້​ຄວາມຮຸນ​ແຮງ​ໄດ້. ປະຈຸ​ບັນ, ​ເລື່ອງ ຈີນ ​ໄປ​ຝືນ​ກັບ​ກົດໝາຍ​ສາກົນ​, ກໍ່​ຄວາມດັນ​ຕໍ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງ​ເພື່ອ​ປະຕິບັດ​ທັດສະນະ​ຂອງ​ຕົນ​ແມ່ນ​ບໍ່​ສາມາດ​ຮັບຮູ້​ໄດ້. ຈີນ ​ໄດ້​ທຳລາຍ​ບັນດາ​ຂໍ​້ຕົກລົງ​ເຊິ່ງ​ເຂົາ​ເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ປະຊາ​ຄົມ​ບັນດາ​ປະ​ເທດ ອາ​ຊຽນ, ພິ​ເສດ​ແມ່ນ​ຖະ​ແຫຼ​ງການ​ປີ 2002 ກ່ຽວ​ກັບ​ເລື່ອງ​ແກ້​ໄຂ​ການ​ພິດ​ພາດ​ຢ່າງ​ສົມ​ເຫດ​ສົມ​ຜົນ.

        ບັນດາ​ສະມາຄົມ​ມິດຕະພາບ​ກັບ ຫວຽດນາມ ຢູ່ ​ເອີ​ລົບ ຮຽກ​ຮ້ອງ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 891 ພ້ອມ​ກັບ​ບັນດາ​ກຳ​ປັ່ນ​ປ້ອງ​ກັນ​ອອກ​ຈາກ​ເຂດ​ເສ​ດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ປ່ຽນ​ແປງ​ການ​ປະພຶດ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້ການ​ຮ່ວມ​ມື​ອັນ​ດີງາມ ​ແລະ ມຸ່ງ​ໄປ​ເຖິງ​ມາດ​ຕະການ​​ແກ້​ໄຂ​ທີ່ສົມ​ເຫດ​ສົມ​ຜົນ​ໃຫ້​ແກ່​ການ​ປະ​ທະ​ກັນ.

        ມະຕິ​ຂອງ​ບັນດາ​ສະມາຄົມ​ມິດຕະພາບ ກັບ ຫວຽດນາມ ຢູ່ ​ເອີ​ລົບ ​ໄດ້​ຝາກ​ເຖິງ​ສະຫະພາບ​ເອີ​ລົບ.


ຂ່າວ/ບົດ​ອື່ນ