ເລື່ອງຈີນຊອກຫາວີທີຫັນເຂດທະເລບໍ່ຂັດແຂ້ງກັນເປັນເຂດທະເລຂັດແຍ້ງກັນ ແມ່ນບໍ່ສາມາດຮັບຮູ້ໄດ້

ເລື່ອງຈີນຊອກຫາວີທີຫັນເຂດທະເລບໍ່ຂັດແຂ້ງກັນເປັນເຂດທະເລຂັດແຍ້ງກັນ ແມ່ນບໍ່ສາມາດຮັບຮູ້ໄດ້ - ảnh 1
ທ່ານ​​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຫງວຽນ​ກ໋ວກ​ເກື່ອງ
(ພາບ: CNN)


(vovworld) –  ທີ່​ການ​ຕອບ​ສຳພາດ​ຕໍ່​ຊ່ອງ​ໂທລະພາບ CNN ​ໃນ​ຕອນ​ເຊົ້າ​ວັນ​ທີ 29/05 (ຕາມ​ເວລາ​ຫວຽດນາມ), ທ່ານ​​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຫງວຽນ​ກ໋ວກ​ເກື່ອງ ຢືນຢັນ​ວ່າ ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ແລະ ບັນດາ​ກຳ​ປັ່ນ​ປ້ອງ​ກັນ​ເຂົ້າ​ເຂດ​ເສດຖະກິດຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ແມ່ນການ​ລະ​​ເມີດ​ອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕ​ຂອງ​ຫວຽດນາມ, ລະເມີດ​ກົດໝາຍ​ສາກົນ, ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ທະ​ເລ​ປີ 1982 ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ການ​ນຳ​ຈີນ ກັບ​ອາ​ຊຽນ ​ເມື່ອ​ຈີນ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ປີ 2002. ການ​ກະທຳ​ດັ່ງກ່າວ​ຊີ້​ໃຫ້​ເຫັນ​ວ່າ ຈີນ​ ພວມ​ຊອກ​ຫາ​ວິທີຫັນປ່ຽນ​​ເຂດ​ທະ​ເລບໍ່​ຂັດ​ແຍ້​ງກັນ​ເປ​ັນ​ເຂດທະ​ເລ​​ຂັດ​ແຍ້​ງກັນ. ສິ່ງ​ນີ້​ແມ່ນ​ບໍ່​ສາມາດ​ຮັບ​ຮູ້​ໄດ້.

        ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກ໋ວກ​ເກື່ອງ ​ເນັ້ນ​ໜັກ​ວ່າ, ຍາມ​​ໃດ ຫວຽດນາມ ກໍ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດເອກະລາດ ​ແລະ ຢາກມີ​ການ​ພົວພັນທີ່​ດີ​ກັບ​ຈີນ, ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ອື່ນໆ ​ແຕ່​ບໍ່​ຮັບ​ຮູ້​ຕໍ່ການບັງ​ຄັບ ຫຼື ນາບ​ຂູ່. ທ່ານ​ຢືນຢັນ​ວ່າ ປະຊາຊົນ​ຫວຽດນາມ ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຕົນ. ຊາວ​ຫວຽດນາມ ​ບໍ່​ວ່າອາ​​ໄສ​ຢູ່​ແຫ່ງ​ໃດ ກໍ່​ລ້ວນ​ແຕ່​ມີ​ສະຕິທີ່​ວ່າ ບໍ່​ມີ​ຫຍັງ​ປະ​ເສີດ​ກວ່າ​​ເອກະລາດ ​ແລະ ​ຄວາມເສລີພາບ​.

ຂ່າວ/ບົດ​ອື່ນ