ເລື່ອງອັງກິດຈະອອກຈາກອີຢູຫຼືບໍແມ່ນຂຶ້ນກັບລຸ້ນໜຸ່ມ

ເລື່ອງອັງກິດຈະອອກຈາກອີຢູຫຼືບໍແມ່ນຂຶ້ນກັບລຸ້ນໜຸ່ມ - ảnh 1
ທ່ນນາຍົກລັດຖະມົນຕີ ອັງກິດ David Cameron
(ພາບ: TTXVN)


(vovworld) - ເລື່ອງ​ອັງກິດ​ຈະ​ອອກ​ຈາກສະຫະພາບ​ເອີ​ລົບ (ອີ​ຢູ)ຫຼື​ບໍ​, ສິ່ງ​ດັ່ງກ່າວແມ່ນ​ຂຶ້ນ​ກັບ​​ເລື່ອງລຸ້ນໜຸ່ມຢູ່​ ອັງກິດ​ຈະ​ຕັ້ງໜ້າ​ໄປ​ປ່ອນ​ບັດ​ໃນ​ການ​ລົງ​ປະຊາມະຕິ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 23/6 ຈະ​ມາ​ເຖິງ​ຫຼືບໍ. ຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ທີ່​ລົງ​ພິມ​ໃນ​ໜັງສື​ພິມຜູ້​ສັງ​ເກດການ​ຂອງ ອັງກິດ ​ໃນ​ວັນ​ທີ 3/4, ​ໃຫ້​ຮູ້​ວ່າ, ປະຈຸ​ບັນ ບັນດາ​ຜູ້​ສະໜັບສະໜູນ ​ອັງກິດອອກ​ຈາກ ອີ​ຢູ​ແມ່ນ 43%, ​ສູງ​ກວ່າອັດຕາ​ຜູ້​ບໍ່ສະໜັບສະໜູນ ​ອັງກິດອອກ​ຈາກ ອີ​ຢູ​ແມ່ນ 4% ​. ​ໃນ​ຂະນະ​ນັ້ນ​ຜູ້​ທີ່ບໍ່​ທັນຕົກລົງ​ກວມ 18%, ​ແລະ​ ຜູ້​ປະຕິ​ເສດ​ບໍ່​ຕອບ​ແມ່ນ 1%. ຜ່ານ​ການ​ຢັ່ງ​ຫາງ​ສຽງ​ກໍາເຫັນ​ວ່າ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ເກນ​ອາຍຸ 18-34 ປີ ບໍ່ສະໜັບສະໜູນ​ເລື່ອງ​ອັງກິດອອກ​ຈາກ ອີ​ຢູກວມ 53%, ​ເມື່ອ​ທຽບ​ໃສ່​ຜູ້ສະໜັບສະໜູນ​ເລື່ອງ ​ອັງກິດອອກ​ຈາກ ອີ​ຢູ​ແມ່ນ 29%.​ໃນ​ຂະນະ​ນັ້ນ​ມີ​ພຽງ 52% ຈຳນວນ​ຜູ້​ໃນ​ເກນ​ອາຍຸ​ນີ້​ໃຫ້ຮູ້​ເຂົາ​ເຈົ້າ​ຈະ​ໄປ​ປ່ອນ​ບັດຢ່າງ​ແນ່ນອນ.

ຂ່າວ/ບົດ​ອື່ນ