ເລື່ອ​ນ​ວັນ​ເວ​ລາ​ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020 ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 24 ມີນາ, ຄະນະກຳມະການ Olympic ສາກົນ (IOC) ຖະແຫຼງວ່າ ງານມະຫາກຳກິລາ Olympic Tokyo 2020 ຈະໄດ້ເລື່ອນໄປຮອດປີ 2021 ໃນສະພາບການໂລກລະບາດໂຄວິດ - 19 ພວມແຜ່ລະບາດຢ່າງກວ້າງຂວາງໃນທົ່ວໂລກ. 
ເລື່ອ​ນ​ວັນ​ເວ​ລາ​ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020 ຢ່າງ​ເປັນ​ທາງ​ການ - ảnh 1 (ພາບປະກອບ: ABC News)

ຕາມແຜນການໃນເບື້ອງຕົ້ນແລ້ວ, ງານມະຫາກໍາກິລາ Olympic Tokyo 2020 ຈະດຳເນີນໃນລະຫວ່າງວັນທີ 24 ກໍລະກົດ  ຫາວັນທີ 9 ສິງຫາ ປີ 2020. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວ ໄດ້ຍົກອອກມາພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານ IOC Thomas Bach ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo. ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະເລື່ອນວັນເວລາຈັດຕັ້ງງານມະຫາກຳກິລາ Olympic Tokyo 2020 ໄປຮອດລະດູແລ້ງປີ 2021 ຖ້າຫາກວ່າບໍ່ໄດ້ຍົກເລີກ ແລະ ເຫດການດັ່ງກ່າວ ຈະຍັງຄົງຮັກສາຊື່ເອີ້ນ Olympic Tokyo 2020 ໄວ້ຄືເກົ່າ.

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ Abe Shinzo ເນັ້ນໜັກວ່າ ຍີ່ປຸ່ນ ຈະຮ່ວມມືກັບ IOC ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງງານມະຫາກຳກິລານີ້ໃຫ້ສຳເລັດຜົນ, ລອບຄອບຖີ່ຖ້ວນທີ່ສຸດ ແລະ ເໝາະສົມກັບຈຸດເວລາທີ່ມວນມະນຸດເອົາຊະນະຕໍ່ໂລກລະບາດໂຄວິດ - 19.

ນັກຂ່າວ VOV ປະຈຳຍີ່ປຸ່ນ


 

ຕອບກັບ

ຂ່າວ/ບົດ​ອື່ນ