ເວທີປາໄສ Davos 2019: ການນຳໂລກຫລາຍຄົນຮຽກຮ້ອງໃຫ້ຮັດແໜ້ນການຄຸ້ມຄອງຂໍ້ມູນ

(VOVWORLD) - ໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ພວມດຳເນີນຢູ່ Davos, ປະເທດ ສະວິດ, ຫົວເລື່ອງຄຸ້ມຄອງຂໍ້ມູນຖືກຍົກອອກມາປຶກສາຫາລືໃນວັນທີ 23 ມັງກອນ, 
ເວທີປາໄສ Davos 2019: ການນຳໂລກຫລາຍຄົນຮຽກຮ້ອງໃຫ້ຮັດແໜ້ນການຄຸ້ມຄອງຂໍ້ມູນ - ảnh 1  ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: Reuters)

ໃນນັ້ນ ບັນດາການນຳ ຍີ່ປຸ່ນ, ອາຟຣິກກາໃຕ້, ເຢຍລະມັນ ແລະ ຈີນ ລ້ວນແຕ່ຮຽກຮ້ອງໃຫ້ບັນດາປະເທດໃນໂລກຕິດຕາມກວດກາຂົງເຂດນີ້ຢ່າງແໜ້ນແຟ້ນກ່ວາ.

        ກ່າວຄຳເຫັນທີ່ WEF, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ: ການຄຸ້ມຄອງຂໍ້ມູນຈະແມ່ນຫົວເລື່ອງຕົ້ນຕໍທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໂດຍ ຍີ່ປຸ່ນ ຈະເປັນເຈົ້າພາບຈັດຕັ້ງໃນເດືອນ ມິຖຸນາ ຈະມາເຖິງ. ນະທີ່ນີ້, ອຳນາດການປົກຄອງຂອງທ່ານ ຈະຊຸກຍູ້ລະບົບສາກົນໃໝ່ ເພື່ອແນໃສ່ຕິດຕາມກວດກາການນຳໃຊ້ຂໍ້ມູນ. ທ່ານປະທານາທິບໍດີ ອາຟຣິກກາໃຕ້ Cyril Ramaphosa, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel, ທ່ານຮອງປະທານປະເທດ ຈີນ ຫວາງສີຊານ ກໍ່ຢັ້ງຢືນວ່າ ບັນດາປະເທດໃນໂລກ ຕ້ອງສົມທົບກັນໃນການຕິດຕາມກວດກາຂົງເຂດເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ