ເວທີປາໄສ Jeju ຮຽກຮ້ອງການຮ່ວມມືຫລາຍຝ່າຍ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ

(VOVWORLD) - ບັນດາຜູ້ເຂົ້າຮ່ວມໄດ້ເນັ້ນໜັກເຖິງຄວາມຕ້ອງການຊຸກຍູ້ການຮ່ວມມືຫລາຍຝ່າຍ ເຊິ່ງເຄີຍຖືກຫລຸດໜ້ອຍຖອຍລົງ ຍ້ອນການແກ່ງແຍ້ງຂອງບັນດາປະເທດມະຫາອຳນາດ, ລັດທິຊົນຊາດ, ລັດທິອາລັກຂາ, ລັດທິພຽງລຳພັງຝ່າຍດຽວຢູ່ບາງພາກພື້ນໃນໂລກ.
ເວທີປາໄສ Jeju ຮຽກຮ້ອງການຮ່ວມມືຫລາຍຝ່າຍ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ - ảnh 1ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Guterres  (ພາບ: THX/TTXVN)

  ວັນທີ 06 ພະຈິກ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ອະດີດເລຂາທິການໃຫຍ່ສະຫະປະຊາຊາດສະໄໝຕ່າງໆ ພ້ອມດ້ວຍບັນດານັກການເມືອງ ແລະ ນັກຮຽນຮູ້ ໄດ້ພ້ອມກັນຍົກອອກຄຳຮຽກຮ້ອງຢ່າງແຮງກ່ຽວກັບການເພີ່ມທະວີການຮ່ວມມືຫລາຍຝ່າຍ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ແລະ ບັນດາອາດຊະຍາກຳຂ້າມຊາດອື່ນໆ. ທີ່ພິທີໄຂເວທີປາໄສ Jeju ເພື່ອສັນຕິພາບ ແລະ ວັດທະນາຖາວອນ ເຊິ່ງໄດ້ຈັດຂຶ້ນທາງອອນລາຍ, ບັນດາຜູ້ເຂົ້າຮ່ວມໄດ້ເນັ້ນໜັກເຖິງຄວາມຕ້ອງການຊຸກຍູ້ການຮ່ວມມືຫລາຍຝ່າຍ ເຊິ່ງເຄີຍຖືກຫລຸດໜ້ອຍຖອຍລົງ ຍ້ອນການແກ່ງແຍ້ງຂອງບັນດາປະເທດມະຫາອຳນາດ, ລັດທິຊົນຊາດ, ລັດທິອາລັກຂາ, ລັດທິພຽງລຳພັງຝ່າຍດຽວຢູ່ບາງພາກພື້ນໃນໂລກ.

        ທີ່ເວທີປາໄສ Jeju ເພື່ອສັນຕິພາບ ແລະ ວັດທະນາຖາວອນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Guterres ໄດ້ເນັ້ນໜັກວ່າ “ການຮ່ວມມືແມ່ນພື້ນຖານ ເພື່ອແກ້ໄຂບັນດາສິ່ງທ້າທາຍທັງໝົດຢູ່ທຸກຍຸກທຸກສະໄໝ: ການເຄື່ອນໄຫວເພື່ອສັນຕິພາບ; ເປີດກ້ວາງບໍລິການສາທາລະນະສຸກໃຫ້ທົ່ວປວງຊົນ; ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ສະກັດກັ້ນທຸກໄພພິບັດກໍ່ຄືວິກິດການ”.

 

ຕອບກັບ

ຂ່າວ/ບົດ​ອື່ນ