ເວທີປາໄສ WEF Davos 2019: ການຫັນເປັນໂລກາພິວັດສຸມໃສ່ມະນຸດໃຫ້ຫຼາຍກວ່າອີກ

(VOVWORLD) -ເວທີປາໄສເສດຖະກິດໂລກ (WEF) 2019 ດ້ວຍຫົວຂໍ້ “ຫັນເປັນໂລກາພິວັດ 4.0: ກຳນົດໂຄງປະກອບທົ່ວໂລກໃນຍຸກການປະຕິວັດອຸດສາຫະກຳຄັ້ງທີ 4”, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 22 – 25 ມັງກອນຢູ່ Davos, ປະເທດສະວິດ.

ເຫດການໂດຍມີການເຂົ້າຮ່ວມຂອງການນຳບັນດາວິສາຫະກິດ, ສັງຄົມພົນລະເມືອງ, ວົງການນັກຮຽນຮູ້, ປະມຸກລັດທີ່ມາຈາກ 65 ປະເທດ ແລະ ຜູ້ນຳໜ້າລັດຖະບານ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ… ກວ່າ 3.000 ຄົນ.

        ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວຢູ່ເຊີແນວ ໃນວັນທີ 15 ມັງກອນ, ທ່ານ Klaus Schwab, ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານເວທີປາໄສເສດຖະກິດໂລກ (WEF) ໃຫ້ຮູ້ວ່າ, ກອງປະຊຸມປະຈຳປີ WEF 2019 ຈະສຸມໃສ່ກຳນົດໂຄງການດຳເນີນງານທົ່ວໂລກ, ເພື່ອແນໃສ່ສ້າງໂລກາພິວັດໃຫ້ສົມບູນແບບກວ່າ, ພ້ອມທັງມຸ່ງໄປເຖິງເປົ້າໝາຍບັນດາຜູ້ບໍ່ນອນໃນໂຄງການ, ບັນດາຜູ້ຖືກຄວາມສ່ຽງສູງກວ່າເພີ່ນໃນວິວັດແຫ່ງການຫັນເປັນໂລກາພິວັດນີ້.

        ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະນຳໜ້າເຂົ້າຮ່ວມກອງປະຊຸມ, ເພື່ອແນໃສ່ສົ່ງສານກ່ຽວກັບແນວທາງ, ການກຳນົດທິດ, ນະໂຍບາຍ, ມາດຕະການໃຫຍ່ຂອງລັດຖະບານ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ, ສັງຄົມໃນປີ 2019, ຜ່ານນັ້ນຊຸກຍູ້ບັນດາຄູ່ຮ່ວມມື, ກຸ່ມບໍລິສັດແຖວໜ້າສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ