ເວທີປາໄສ ປົວຢາວ ປີ 2014: ບັນດາພື້ນຖານ ເສດຖະກິດຫາກໍ່ພົ້ນເດັ່ນ ປະເຊີນໜ້າກັບສະພາບອັດຕາເຕີບໂຕຖືກຫຼຸດລົງ

ເວທີປາໄສ ປົວຢາວ ປີ 2014: ບັນດາພື້ນຖານ ເສດຖະກິດຫາກໍ່ພົ້ນເດັ່ນ ປະເຊີນໜ້າກັບສະພາບອັດຕາເຕີບໂຕຖືກຫຼຸດລົງ - ảnh 1
(ພາບປະກອບ)

(vovworld)- ວັນທີ 10/04, ​ເວທີ​ປາ​ໄສອາຊີ ປົວ​ຢາ​ວ 2014 ຖືກ​ໄຂ​ຂຶ້ນ​​ໂດ​ຍມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ຊຽງ ພ້ອມ​ກັບການ​ນຳ​ລັດຖະບານ​ຂອງກວ່າ 10 ປະ​ເທດ​. ​ໃນ​ເວລາ 4 ວັນ, ​ເວທີ​ປາ​ໄສ ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ 58 ຄັ້ງ ​ແລະ ການ​ປະຊຸມ 8 ຄັ້ງ​ໃນ​ຕອນ​ຄຳ່ ​ເພື່ອ​ສຸ​ມ​ໃສ່​ປຶກສາ​ຫາລື​ການ​ປະຕິ​ຮູບ, ຫົວຄິດ​ປະດິດ​ສ້າງ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ. ນອກ​ນັ້ນ ​ເວທີ​ປາ​ໄສ​ຈະ​ປຶກສາ​ຫາລື​ບັນດາ​ໂຄງການ​ດຳ​ເນີນ​ງານ​ກ່ຽວ​ກັບ​ບັນຫາ​ການ​ເມືອງ-​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພົວພັນ​ລະຫວ່າງ ຈີນ ​ແລະ ອາ​ເມ​ລິ​ກາ.

ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ຫລີ​ເຄີ​ຊຽງ ຮຽກຮ້ອງ​ບັນດາ​ປະ​ເທດ​ອາ​ຊີ ຕັ້ງຫນ້າ​ຊອກ​ຫາ​ກຳລັງ​ຫນູນ​ໃຫມ່ ​ເພື່ອ​ເພີ່ມ​ກຳລັ​ງ​ແຮງ​ໃຫ້​ແກ່​ພາກ​ພື້ນ ​ໃນ​ການຮັບ​ມື​ກັບ​ບັນດາ​ການ​ຜັນ​ແປ ​ແລະ ສິ່ງ​ທ້າ​ທາຍ​ໃຫມ່. ທ່ານ ​ຫລີ​ເຄີ​ຊຽງ ​ເນັ້ນ​ຫນັກ​ວ່າ: ບັນດາ​ປະ​ເທດ​ອາຊີ ຄວນ​ສ້າງ​ປະຊາ​ຄົມດ້ວຍ​ບັນດາ​ຜົນ​ປະ​ໂຫຍ​ດ, ຊາຕາກຳ​ຮ່ວມ ​ແລະ ​ແບ່ງປັນ​ຄວາມ​ຮັບຜິດຊອບ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຂອບ​ເຂດ​ເວທີ​ປາ​ໄສຢູ່​ໄຫ​ໜານ, ປະ​ເທດ​ຈີນ, ວັນ​ທີ 09/04, ​ໄດ້​ດຳ​ເນີນ​ວາລະ​ປຶກ​ຫາ​ຫາລືກ່ຽວ​ກັບ​ສະພາບ​ການ​ເງິນ, ​ເງິນຕາ ​ແລະ ​ເສດຖະກິດ​ອາຊີກວ່າ 10 ຄັ້ງ. ​ໃນ​ “ບົດ​ລາຍ​ງານ​ແງ່ຫວັງ​ພັດທະນາ​ຂອງ​ບັນດາ​ພື້ນຖານ​ເສດ​ຖະກິດ​ຫາ​ກໍ່​ພົ້ນ​ ເດັ່ນ 2014” ​ທີ່ຈຳໜ່າຍ​ເນື່ອງ​ໃນ​​ໂອກາດ​ຈັດ​ຕັ້ງ​ເວທີ​ປາ​ໄສ​ອາຊີ ປົວ​ຢາ​ວ ປີ 2014 ​ໄດ້​​​ຕີ​ລາຄາ​ວ່າ ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​​ເດັ່ນ ບໍ່​ພຽງ​ແຕ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ທ່າ​ອ່ຽງຫຼຸດ​ຜ່ອນອັດຕາ​ເຕີບ​ໂຕ​ເທົ່າ​ ນັ້ນ, ຫາກ​ຍັງ​ເກີດ​ບັນດາ​ສັນຍານ​ທີ່​ຫຍໍ້​ທໍ​ຫຼາຍ​ຢ່າງ​ຄື​ ສະກຸນເງິນ​ ພາຍ​ໃນ​ປະ​ເທດ​ຖືກຕົກ​ລາຄາ, ຄວາມ​ສາມາດ​ຊຳລະ​ຕ່າງປະ​ເທດ​ຖືກຫຼຸດ​ລົງ​ອີກ​ດ້ວຍ.

        ທ່ານ ຈູ​ເຫ​ວິນ​ຈຸ້ງ, ​ເລຂາ​ທິການ​ເວທີ​ປາ​ໄສອາຊີ ປົວ​ຢາ​ວ, ຖື​ວ່າ, ​ໃນ​ສະພາບ​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນພວມ​ປະສົບ​ກັບ​ ຄວາມ​ຫຍຸ້ງຍາກ, ​ເລື່ອງ​ຈັດ​ຕັ້ງ​ເວທີ​ປາ​ໄສ​ອາຊີ ປົວ​ຢາ​ວ 2014 ຈະ​ສວມ​ບົດບາດ​ສຳຄັນ​ໃນ​ການ​​ເສີມ​ຂະຫຍາຍພູນ​ປັນຍາ​ຂອງ​ບັນດາ​ນັກ​ການ​ເມືອ​ງ, ການ​ນຳ​ວິ​ສາ​ຫະກິດ ​ແລະ ວົງ​ການ​ນັກຮຽນ​ຮູ້​ໃນ​ວິວັດ​ການ​ຊຸກຍູ້​ເສດຖະກິດ​ພາກ​ພື້ນ​ໃຫ້​ພັດທະນາ​ ຢ່າງ​ໝັ້ນຄົງ.

 


ຂ່າວ/ບົດ​ອື່ນ