ເວທີປາໄສ “ປະຕິບັດກົດໝາຍ, ນະໂຍບາຍສຳລັບຊາວໜຸ່ມ ແລະ ສະເໜີປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍຊາວໜຸ່ມປີ 2005”

ເວທີປາໄສ “ປະຕິບັດກົດໝາຍ, ນະໂຍບາຍສຳລັບຊາວໜຸ່ມ ແລະ ສະເໜີປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍຊາວໜຸ່ມປີ 2005” - ảnh 1
​ເວທີ​ປາ​ໄສ “ປະຕິ​ບັດກົດໝາຍ, ນະ​ໂຍບາຍ​ສຳລັບ​ຊາວ​ໜຸ່ມ ​
ແລະ ສະ​ເໜີ​ປັບປຸງ, ​ເພີ່ມ​ເຕີມກົດໝາຍວ່າ​ດ້ວຍ​ຊາວ​ໜຸ່ມປີ 2005”
(ພາບ:doanthanhnien.vn)

(vovworld) – ​​​ເວທີ​ປາ​ໄສ“ປະຕິ​ບັດກົດໝາຍ, ນະ​ໂຍບາຍ​ສຳລັບ​ຊາວ​ໜຸ່ມ ​ແລະ ສະ​ເໜີ​ປັບປຸງ, ​ເພີ່ມ​ເຕີມກົດໝາຍວ່າ​ດ້ວຍ​ຊາວ​ໜຸ່ມປີ 2005” ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 29 – 30/09 ຢູ່​ຮ່າ​ໂນ້ຍ, ​ໂດຍ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບຊາວ​ໜຸ່ມ​ຫວຽດນາມ ສົມທົບ​ກັບ​ອົງການ Action Aid Viet Nam (AVV), ອົງການຈັດ​ຕັ້ງ Plan ​ແລະ ອົງການຈັດ​ຕັ້ງ ChidFund ຫວຽດນາມ ຈັດ​ຕັ້ງ. ​ເວທີ​ປາ​ໄສ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ຕົນ; ນະ​ໂຍບາຍ​ກົດໝາຍ​ກ່ຽວຂ້ອງ​ເຖິງ​ສິດ ​ແລະ ພັນທະ​ຂອງ​ຊາວ​ໜຸ່ມ. ທີ່​ເວທີ​ປ​າ​ໄສ, ​ບັນດາຜູ້​ແທນ​ທີ່ມາ​ຈາກທ້ອງ​ຖິ່ນຕ່າງໆ ​ໄດ້​ຕີ​ລາ​ຄາ​ກ່ຽວ​ກັບ​​ເລື່ອງ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ສຳລັບ​ຊາວ​ໜຸ່ມ​ໃນ 4 ຂົງ​ເຂດ​ຄື: ການ​ສຶກສາ, ວຽກ​ເຮັດ​ງານ​ທຳ, ການ​ລະ​ຫຼີ້ນ ​ແລະ ສຳ​ພັດ​​ຂໍ້​ມູນ​ຂ່າວ… ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ສະໜອງ​ຂໍ້​ມູນ​ຈາກ​ບັນດາ​ນັກ​ວາງ​ແຜນນະ​ໂຍບາຍ, ຜ່ານ​ນັ້ນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບສິດ ​ແລະ ພັນທະ​ຂອງ​ຕົນ​ໃນ​ວິວັດ​ການ​ກໍ່ສ້າງ, ປະຕິບັດ​ກົດໝາຍ, ນະ​ໂຍບາຍ​ທີ່ກ່ຽວ​ຂ້ອງ​ເຖິງ​ຊາວ​ໜຸ່ມ.

ຂ່າວ/ບົດ​ອື່ນ