ເວ​ທີ​ປ​າ​ໄສ ພາກ​ພື້ນ ອາ​ຊຽນ ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 28 ໄດ້ອອກຖະແຫຼງການປະທານ, ໃນນັ້ນ ຮຽກຮ້ອງໃຫ້ຮັກສາຄວາມໝັ້ນຄົງ ແລະ ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ, ຊຸກຍູ້ການເຈລະຈາ ເພື່ອແນໃສ່ລົງນາມໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.
ເວ​ທີ​ປ​າ​ໄສ ພາກ​ພື້ນ ອາ​ຊຽນ ຮຽກ​ຮ້ອງ​ໃຫ້​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມ ARF (ພາບ: TTXVN)

ກອງປະຊຸມດັ່ງກ່າວກໍໄດ້ຢືນຢັນຄືນຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ວັດທະນາຖາວອນ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ບັງຄັບ ແລະ ສອດຄ່ອງກັບຫຼັກການທີ່ໄດ້ຮັບຮອງຢ່າງກວ້າງຂອງກົດໝາຍສາກົນ, ລວມທັງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ກອງປະຊຸມກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ປີ 2002 ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.


 

ຕອບກັບ

ຂ່າວ/ບົດ​ອື່ນ