ເວທີປາໄສ ວິສາຫະກິດຫວຽດ ນາມປີ 2012

ເວທີປາໄສ ວິສາຫະກິດຫວຽດ ນາມປີ 2012 - ảnh 1
ເວທີປາໄສ ວິສາຫະກິດຫວຽດນາມປີ 2012 ຖືກ​ໄຂ​ຂຶ້ນ
​ໃນວັນ​ທີ 3/12 ຢູ່​ຮ່າ​ໂນ້ຍ (ພາບ : baomoi.com )


Vovworld- ວັນ​ທີ 3/12, ຢູ່​ຮ່າ​ໂນ້ຍ, ກະຊວງແຜນການ ແລະ ລົງທຶນຫວຽດນາມ ໄດ້ສົມທົບ​ກັບ​ທະນາຄານ​ໂລກ, ອົງການ​ການ​ເງິ​ນສາກົນຈັດຕັ້ງເວທີປາໄສ ວິສາຫະກິດຫວຽດນາມປີ 2012 ດ້ວຍຫົວເລື່ອງ “ ເພີ່ມທະວີຄວາມຂະຫຍັນ ຂັ່ນເຄື່ອນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຫວຽດນາມ ” . ຕາມ​ການ​ສຳ​ຫຼວດຂອງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ​ຊຶ່ງ​ຫາ​ກໍ​ປະກາດ​ທີ່​ເວທີ​ປາ​ໄສ, ມີ​ວິ​ສາ​ຫະກິດ​ເອກະ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ​ເກືອບ 8.200 ​ແຫ່ງ ​ແລະ ວິ​ສາ​ຫະກິດ​ຕ່າງປະ​ເທດກ່ວາ 1.5000 ​ແຫ່ງ​ບໍ່​ຢາກ​ເປີດ​ກ້ວາງ​ການ​ດຳ​ເນີນ​ທຸລະ​ກິດ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ. ຕໍ່ໜ້າ​ສະພາບ​ຕົວ​ຈິງ​ດັ່ງກ່າວ, ລັດຖະບານ​ໄດ້​ມີ​ບາງ​ວິທີ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ຄື ຫຼຸດຜ່ອນ ​ແລະ ຕໍ່​ກຳນົດ​ເວລາ​ເສຍ​ອາກອນ​ໃຫ້​ແກ່​ວິ​ສາ​ຫະກິດ, ​ໜູນຊ່ວຍ​ວິສາ​ຫະກິດ​ໄດ້​ກູ້​ຢືມ​ທຶນ.... ທ່ານ​ສູ້​ຕ້ຽນ​ຫຼົກ ປະທານ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ​ໃຫ້​ຮູ້​ວ່າ :  

   “ ພ້ອມ​ກັບ​ບັນດາ​ວິທີ​ການ​ປະຕິ​ຮູບ​ລະບອບ​ບັນຍັດ, ສ້າງ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ສະດວກ​ສະບາຍ ​ແລະ ໝວດມາດ​ຕະການ​ແກ້​ໄຂ​ດ່ວນ, ​ແນ​ໃສ່​ຫຼຸດ​ຄ່າ​ໃຊ້​ຈາ​ຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ໄກ້​ກູ້​ຢືມ​ທຶນ​ສິນ​ເຊື່ອນັ້ນ, ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ມາດ​ຕະການ​ຍົກ​ສູງ​ຄວາມ​ສາມາດ​ການ​ບໍລິຫານ​ວິ​ສາ​ຫະກິດ. ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ຄວນ​ເພີ່ມ​ເຕີມ​ແຫຼ່ງກຳລັງ​ຕື່ມ​ອີກ ​ແລະ ​ເພີ່ມ​ທະວີ​ການ​ສົມທົບ, ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ໂຄງການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະນ້ອຍ, ບັນດາ​ໂຄງການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ຊຶ່ງ​ພວມ​ມີ​ຢູ່​ແລ້ວ”

 

 

 

ຂ່າວ/ບົດ​ອື່ນ