ເວທີປາໄສ “ສື່ມວນຊົນ ແລະ ເຕັກໂນໂລຢີ”: ເຕັກໂນໂລຢີ ຈະຊ່ວຍສື່ມວນຊົນປະຕິບັດຊາຕະກໍາຂອງຕົນເປັນຢ່າງດີ

(VOVWORLD) -ຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ຈັດຕັ້ງເວທີປາໄສ ດ້ວຍຫົວຂໍ້ “ສື່ມວນຊົນ ແລະ ເຕັກໂນໂລຢີ”. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກຄຸ້ມຄອງ, ອົງການສື່ມວນຊົນ, ວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ຍົກອອກບັນດາມາດຕະການພັດທະນາຂະແໜງສື່ມວນຊົນຫວຽດນາມ; ພ້ອມທັງປະຕິບັດຂໍ້ລິເລີ່ມ “ພັດທະນາສື່ມວນຊົນຫວຽດນາມ ໄລຍະ 2020 – 2024”.
ເວທີປາໄສ “ສື່ມວນຊົນ ແລະ ເຕັກໂນໂລຢີ”: ເຕັກໂນໂລຢີ ຈະຊ່ວຍສື່ມວນຊົນປະຕິບັດຊາຕະກໍາຂອງຕົນເປັນຢ່າງດີ - ảnh 1ເວທີປາໄສ ດ້ວຍຫົວຂໍ້ “ສື່ມວນຊົນ ແລະ ເຕັກໂນໂລຢີ” 

        ກ່າວຄໍາເຫັນນະທີ່ນີ້, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຫຸ່ງ ເນັ້ນໜັກວ່າ: ເຕັກໂນໂລຢີ ຈະສ້າງສະພາບແວດລ້ອມໃໝ່, ຮູບແບບດໍາເນີນທຸລະກິດໃໝ່, ໃນສະພາວະສະພາບແວດລ້ອມແຫ່ງການສື່ສານດີຈີຕອນໃນທົ່ວໂລກພວມມີການຜັນແປຢ່າງແຮງ ຕ້ອງເຮັດແນວໃດເພື່ອຄົງຕົວ ແລະ ຂະຫຍາຍຕົວ. ທ່ານກ່າວວ່າ:

        “ພວກເຮົາຄິດວ່າ ສື່ມວນຊົນ ແມ່ນກໍານົດທິດຫາງສຽງ, ແມ່ນຊອກຄົ້ນຫາທາດແທ້ຂອງຂໍ້ມູນ,  ນັ້ນຈຶ່ງແມ່ນວຽກງານຂອງສື່ມວນຊົນ ແລະ ຕ້ອງການນໍາໃຊ້ພູມປັນຍາທຽມເຂົ້າໃນການຂຽນຂ່າວ, ບົດ. ໃນຍຸກສະໄໝເຕັກນິກດີຈີຕອນ ກໍຕ້ອງສ້າງເງື່ອນໄຂໃຫ້ສື່ມວນຊົນ ໄດ້ສໍາຜັດກັບບັນດາຂໍ້ມູນຂ່າວສານທີ່ສໍາຄັນ ເພື່ອເຮັດໃຫ້ບົດສາລະຄະດີສືບສວນມີລັກສະນະບຸກທະລຸ, ສາມາດເຂົ້າເຖິງບັນດາສາງພູມປັນຍາ ແລະ ບັນດາແຫຼ່ງຂ່າວທີ່ຫຼາຍຮູບຫຼາຍສີ ດ້ວຍການຄລິກເມົ໊າ”.

        ທີ່ເວທີປາໄສ, ນັກປາຖະກະຖາ ຫຼາຍທ່ານ ກໍໄດ້ສະເໜີບົດປະກອບຄໍາເຫັນທີ່ກ່ຽວຂ້ອງເຖິງຂົງເຂດສື່ມວນຊົນ ແລະ ເຕັກໂນໂລຢີ.


ຕອບກັບ

ຂ່າວ/ບົດ​ອື່ນ