ເວທີປາໄສ “ ສະພາແຫ່ງຊາດໜຸ່ມຫວຽດນາມ ” 2015
![ເວທີປາໄສ “ ສະພາແຫ່ງຊາດໜຸ່ມຫວຽດນາມ ” 2015 - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_11_25/qh tre.jpg)
ເວທີປາໄສ “ ສະພາແຫ່ງຊາດໜຸ່ມຫວຽດນາມ ” 2015 |
(vovworld)- ຕອນເຊົ້າວັນທີ 25/11, ກອງປະຊຸມຄົບຄະນະເວທີປາໄສ “ ສະພາແຫ່ງຊາດໜຸ່ມຫວຽດນາມ ” 2015 ໄດ້ຖືກໄຂຂຶ້ນ ຢູ່ຮ່າໂນ້ຍໂດຍມີການເຂົ້າຮ່ວມຂອງນັກສຶກສາ 300 ຄົນທີ່ມາຈາກມະຫາວິທະຍາໄລ 4 ແຫ່ງຢູ່ຫວຽດນາມ. ກອງປະຊຸມຖືກດຳເນີນແບບສັນນິຖານຕາມຮູບແບບດຳເນີນກອງປະຊຸມຄົບຄະນະຂອງສະພາແຫ່ງຊາດຫວຽດນາມ. ເວທີປາໄສແມ່ນນອນໃນຂອບເຂດບັນດາການເຄື່ອນໄຫວສຶກສາອົບຮົມ, ໂຄສະນາກ່ຽວກັບສະພາແຫ່ງຊາດຂອງໂຄງການ“ ສະພາແຫ່ງຊາດໜຸ່ມຫວຽດນາມ ” ໄລຍະ 2 ໂດຍຫ້ອງວ່າການສະພາແຫ່ງຊາດສົມທົບກັບສະຖານທູດອັງກິດປະຈຳຫວຽດນາມຈັດຂຶ້ນ ເພື່ອແນໃສ່ມຸ່ງໄປສູ່ເປົ້າໝາຍປະກອບສ່ວນຍົກສູງລະດັບຄວາມຮູ້ ແລະ ສ້າງກາລະໂອກາດເພື່ອໃຫ້ໄວໜຸ່ມຍົກອອກຄຳເຫັນ, ນຳສະເໜີບັນດາບັນຫາໄດ້ຮັບຄວາມສົນໃຈ.