ເວທີປາໄສ “ສາຍພົວພັນອາເມລິກາ-ອາຊຽນ“

ເວທີປາໄສ “ສາຍພົວພັນອາເມລິກາ-ອາຊຽນ“ - ảnh 1
ພາບປະກອບ

( vovworld ) –  ​​ວັນ​ທີ 10/5, ຢູ່ນະຄອນຫຼວງວໍຊິງຕັນ, ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ສົມທົບກັບເວທີປາໄສໂຕະມົນອາຊີຕາເວັນອອກສຽງໃຕ້ (ໂດຍກອງທຶນອາຊີອາລັກຂາ) ໄດ້ຈັດເວທີປາໄສ ຫວຽດນາມ ຄັ້ງທີ 2 ດ້ວຍຫົວຂໍ້ “ສາຍພົວພັນອາ​ເມ​ລິ​ກາ-ອາຊຽນ-ບັນດາບາດກ້າວຕໍ່ໄປ“. ທ່ານ Nirav Patel ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ກ່ຽວ​ກັບ​ຍຸດ​ທະ​ສາດ ​ແລະ ບັນດາ​ບັນຫາ​ຫຼາຍ​ຝ່າຍ, ນັກ​ປະ​ຖະ​ກະຖາ​ຂອງ​ການ​ໂອ້​ລົມ​ສົນທະນາ ​ໄດ້​ບັນ​ລະ​ຍາຍ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອຳນາດ​ການ​ປົກຄອງ​​ປະທານາທິບໍ​ດີ​  Obama ທີ່​ມີ​ຕໍ່​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ​ເວົ້າລວມ ​ແລະ ອາ​ຊຽນ ເວົ້າສະ​ເພາະ. ທ່ານ Nirav Patel ຢືນຢັນ​ວ່າ ອາ​ເມ​ລິ​ກາ ໄດ້ ​ແລະ ພວມ​ມານະ​ພະຍາຍ​ມຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນອາຊີ-​ປາຊີ​ຟິກ , ບໍ່​ພຽງ​ແຕ່​ໃນ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ອີກ​ດ້ວຍ. ​ໃນ​ຍຸດທະສາດ​ນີ້, ການ​ຮ່ວມ​ມື​ກັບ​ອາ​ຊຽນ ​ໄດ້​ຮັບ​ຖືກເປັນສຳຄັນ​ພິ​ເສດ ຍ້ອນ​ບົດບາດ, ທີ່​ຕັ້ງດ້ານ​ການ​ເມືອງ​ຂອງ​ກຸ່ມ. ອາ​ເມ​ລິ​ກາ ສະໜັບສະໜູນ​ບົດບາດ​ໃຈ​ກາງຂອງ​ອາ​ຊຽນ ​ແລ​ະ ຈະ​ຮ່ວມ​ມື​ກັບ​ອາ​ຊຽນ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຄວາມ​ສະຫງົບ​ປອດ​ໄພ, ສັນຕິພາບ, ການ​ພັດທະນາ ​ແລະ ວັດທະນະ​ຖາ​ວອນ​ຂອງ​ພາກ​ພື້ນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ Nguyen Quoc Cuong ກ່າວ​ຄຳ​ເຫັນ​ຊົມ​ເຊີຍ​ຄຳໝັ້ນສັນຍາ​ຂອງ ອາ​ເມ​ລິ​ກາ ຊື່​ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ​ອາ​ຊຽນ ​ແລະ ປາດ​ຖະໜາ​ວ່າ ອາ​ເມ​ລິ​ກາ ມີ​ບັນດາ​ບາດກ້າວ​ເດີນ​ທີ່​ຕັ້ງໜ້າ ​ເພື່ອ​ເສີມ​ຂະຫຍາຍ​​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ປະຈຸ​ບັນ.

 

ຂ່າວ/ບົດ​ອື່ນ