ເວທີປາໄສ ອາຊີ ປົວຢາວ ຄາດຄະເນວ່າເອີລົບຈະບັນ​ລຸ​ລະ​ດັບເຕີບໂຕ GDP 4,5% ໃນປີນີ້

(VOVWORLD) - ກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວຢາວ ປີ 2023 ຈັດຂຶ້ນຢູ່ແຂວງ ໄຮໜານ, ທາງພາກໃຕ້ປະເທດຈີນ, ແຕ່ວັນທີ 28 – 23 ມີນາ, ດ້ວຍຫົວຂໍ້ວ່າ “ໂລກບໍ່ແນ່ນອນ: ຄວາມສາມັກຄີ ແລະ ການຮ່ວມມືເພື່ອພັດທະນາຕໍ່ໜ້າສິ່ງທ້າທາຍ”. ບັນດາ
ເວທີປາໄສ ອາຊີ ປົວຢາວ ຄາດຄະເນວ່າເອີລົບຈະບັນ​ລຸ​ລະ​ດັບເຕີບໂຕ GDP 4,5% ໃນປີນີ້ - ảnh 1ປະຊາຊົນຊື້ເຄື່ອງຢູ່ຮ້າຍຊັບພະສິນຄ້າຢູ່ Kyodo, ປະເທດ ຍີ່ປຸ່ນ
(ພາບ: Kyodo/TTXVN)

ຕາມບົດລາຍງານສະຫລຸບປະຈຳປີທີ່ປະກາດໃນວັນທີ 28 ມີນາ, ທີ່ເວທີປາໄສ ອາຊີ ປົວຢາວ (BFA) 2023, ພາກພື້ນ ອາຊີ ຄາດຄະເນຈະບັນລຸລະດັບເຕີບໂຕ GDP 4,5% ໃນປີນີ້, ສູງກ່ວາລະດັບ 4,2% ຂອງປີກ່ອນ. ບົດລາຍງານດັ່ງກ່າວກໍ່ໃຫ້ຂໍສັງເກດວ່າ: ລະດັບການເຕີບໂຕ GDP ຂອງ ເອີລົບ ໃນປີນີ້ອາດຈະແມ່ນຕົວເລກທີ່ພົ້ນເດັ່ນໃນສະພາບຊຸດໂຊມເສດຖະກິດທົ່ວໂລກ.

        ກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວຢາວ ປີ 2023 ຈັດຂຶ້ນຢູ່ແຂວງ ໄຮໜານ, ທາງພາກໃຕ້ປະເທດຈີນ, ແຕ່ວັນທີ 28 – 23 ມີນາ, ດ້ວຍຫົວຂໍ້ວ່າ “ໂລກບໍ່ແນ່ນອນ: ຄວາມສາມັກຄີ ແລະ ການຮ່ວມມືເພື່ອພັດທະນາຕໍ່ໜ້າສິ່ງທ້າທາຍ”. ບັນດາຜູ້ແທນຂອງລັດຖະບານ, ວິສາຫະກິດ, ອົງການຄົ້ນຄ້ວາ ແລະ ສື່ສານ ເຂົ້າຮ່ວມເວທີປາໄສນີ້ຄາດວ່າ ໄດ້ສຸມໃສ່ປຶກສາຫາລືເລິກເຊິ່ງຫົວຂໍ້ຂອງກອງປະຊຸມ ແລະ 4 ບັນຫາຕົ້ນຕໍທີ່ສ້າງຫົວຂໍ້ນີ້, ລວມມີ “ການພັດທະນາ ແລະ ຮອບດ້ານ”; “ປະສິດທິຜົນ ແລະ ຄວາມໝັ້ນຄົງ”; “ພາກພື້ນ ແລະ ທົ່ວໂລກ”, “ປະຈຸບັນ ແລະ ອະນາຄົດ”, ກໍ່ຄືບັນດາທິດທາງແຫ່ງການພັດທະນາໄລຍະພາຍຫຼັງໂຄວິດ -19 ແລະ ເພີ່ມທະວີການຮ່ວມມືໃນປະຊາຄົມສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ