ເວທີປາໄສ ອາຊຽນ - ອົດສະຕາລີ ປຶກສາຫາລືຫຼາຍບັນຫາພາກພື້ນ ແລະ ສາກົນ

(VOVWORLD) - ບັນດາຝ່າຍໄດ້ຫວນຄືນບັນດາຜົນງານແຫ່ງການຮ່ວມມືໃນໄລຍະຜ່ານມາ ກໍ່ຄືແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຄື: ສະພາບການໃນແຫຼມ ເກົາຫຼີ, ທະເລຕາເວັນອອກ, ບັນຫາລັດ Rakhine ຂອງປະເທດ ມຽນມາ ...

ເວທີປາໄສ ອາຊຽນ - ອົດສະຕາລີ ປຶກສາຫາລືຫຼາຍບັນຫາພາກພື້ນ ແລະ ສາກົນ - ảnh 1ເວທີປາໄສ ອາຊຽນ - ອົດສະຕາລີ ປຶກສາຫາລືຫຼາຍບັນຫາພາກພື້ນ ແລະ ສາກົນ 

(ພາບ: TTXVN)

ຫວ່າງມໍ່ໆມານີ້, ຢູ່ນະຄອນຫຼວງ Canberra, ປະເທດ ອົດສະຕາລີ, ໄດ້ຈັດຕັ້ງເວທີປາໄສບັນດາປະເທດສະມາຊິກ ອາຊຽນ -  ອົດສະຕາລີ ຄັ້ງທີ 30 ໂດຍທ່ານ Myint Thu, ເລຂາຜູ້ປະຈຳການ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ປະເທດ ມຽນມາ ແລະ Richard Maude, ຮອງລັດຖະມົນຕີການຕ່າງປະເທດ ເປັນເຈົ້າພາບຈັດຕັ້ງ. ທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສ.

        ທີ່ເວທີປາໄສ, ບັນດາຝ່າຍໄດ້ຫວນຄືນບັນດາຜົນງານແຫ່ງການຮ່ວມມືໃນໄລຍະຜ່ານມາ ກໍ່ຄືແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຄື: ສະພາບການໃນແຫຼມ ເກົາຫຼີ, ທະເລຕາເວັນອອກ, ບັນຫາລັດ Rakhine ຂອງປະເທດ ມຽນມາ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຂ້າມຊາດອື່ນ ອາຊຽນ ແລະ ອົດສະຕາລີ ແບ່ງປັນຄວາມວິຕົກວັງວົນກ່ຽວກັບບັນດາການກະທຳຫັນເປັນການທະຫານຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້, ເນັ້ນໜັກເຖິງຄວາມສຳຄັນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ຍູ້ແຮງການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງບັນດາຫຼັກການ, ມາດຖານກ່ຽວກັບການປະພຶດໃນນັ້ນມີຄວາມມານະພະຍາຍາມສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ຜຸກມັດ.

        ກ່ຽວກັບການກຳນົດທິດໃນອະນາຄົດ, 2 ຝ່າຍສືບຕໍ່ຢັ້ງຢືນວ່າການພົວພັນ ອາຊຽນ - ອົດສະຕາລີ ຍັງມີຄວາມສາມາດບົ່ມຊ້ອນເພື່ອຂຸດຄົ້ນ; ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນທັງ 3 ເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ - ການຄ້າ - ການລົງທຶນ ແລະ ວັດທະນະທຳ - ສັງຄົມ, ການພົວພັນແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ